spot_img
Homeຂ່າວພາຍ​ໃນຍີ່ປຸ່ນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນດຽວກັບທີ່ມີການລະບາດໃນອັງກິດ 3 ຄົນ

ຍີ່ປຸ່ນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນດຽວກັບທີ່ມີການລະບາດໃນອັງກິດ 3 ຄົນ

Published on

ປະເທດຍີ່ປຸ່ນພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນເປັນຊະນິດດຽວກັບທີພົບໃນອັງກິດອີກ 3 ຄົນ ແຕ່ທັງໝົດແມ່ນບໍ່ມີປະຫວັດເດີນທາງໄປປະເທດອັງກິດ ເຮັດໃຫ້ເຈົ້າໜ້າທີ່ສາທາລະນະສຸກຍີ່ປຸ່ນເລັ່ງຄົ້ນຫາຕົ້ນຕໍ.

ສຳນັກຂ່າວ CNA ລາຍງານວ່າ ກະຊວງສາທາລະນະສຸກຂອງຍີ່ປຸ່ນເປີດເຜີຍໃນວັນທີ 18 ມັງກອນ 2021ວ່າ ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນດຽວກັບທີ່ພົບຄັ້ງທຳອິດໃນອັງກິດ ຈຳນວນ 3 ຄົນ ແຕ່ຈາກການກວດສອບພົບວ່າ ທັງ 3 ຄົນ ບໍ່ມີປະຫວັດເດີນທາງໄປອັງກິດເລີຍ.

ກະຊວງສາທາລະນະສຸກລະບຸວ່າ ຜູ້ຕິດເຊື້ອທັງ 3 ຄົນ ມີອາຍຸລະຫວ່າງ 20-60ປີ ອາໃສໃນແຂວງຊິຊຸໂອກະ ເຊິ່ງຫ່າງຈາກນະຄອນຫຼວງກຽວໂຕປະມານ 200 ແມັດ ໂດຍຄົນທຳອິດເລີ່ມສະແດງອາການປ່ວຍໃນໄລຍະຕົ້ນເດືອນມັງກອນ ແລະ ຕອນນີ້ເຈົ້າໜ້າທີ່ກຳລັງກວດສອບວ່າ ພວກເຂົາຕິດເຊື້ອໄດ້ແນວໃດ ພ້ອມກ່າວຢໍ້າວ່າ ຕອນນີ້ຍັງບໍ່ມີຫຼັກຖານວ່າເກີດການແຜ່ກະຈາຍຂອງໄວຣັສສາຍພັນໃໝ່ອັງກິດນີ້ໃນແຂວງຊິຊູໂອກະ.

ມາຮອດປັຈຸບັນ, ຍີ່ປຸ່ນໄດ້ມີຜູ້ຕິເຊື້ອໄວຣັສໂຄວິດ-19 ກາຍພັນທີ່ພົບຄັ້ງທຳອິດໃນອັງກິດ, ແອຟຣິກາ ແລະ ບຣາຊິນ ແລ້ວທັງໝົດ 45 ຄົນ ໂດຍລັດຖະບານຍີ່ປຸ່ນໄດ້ຂະຫຍາຍການປະກາດພາວະສຸກເສີນໃຫ້ຄວບຄຸມທົ່ວໂຕກຽວ ກັບອີກ 7 ແຂວງເມື່ອຕົ້ນເດືອນທີ່ຜ່ານມາ ເພື່ອຄວບຄຸມການລະບາດທີ່ມີແນວໂນ້ມເພີ່ມສູງຂຶ້ນ ແລະ ປັດຈຸບັນ ຍີ່ປຸ່ນ ມີຍອດສະສົມຂອງຜູ້ຕິດເຊື້ອທັງໝົດຫຼາຍກວ່າ 355,000 ຄົນ, ເສຍຊີວິດ 4,500ຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...