ການປັບປຸງລັດຖະທຳມະນູນ ຈະກວມເນື້ອໃນຫລາຍໝວດ ພ້ອມກຽມມີສະພາປະຊາຊົນແຂວງ – ນະຄອນຫລວງ!

panee1

 

ຄະນະ​ກຳມະການ​ລະດັບ​ຊາດ ​ເພື່ອ​ປັບປຸງ​ລັດຖະທຳ​ມະນູນ​ແຫ່ງ ສປປ ລາວ ສະບັບ​ປີ 2003 ຈັດ​ສຳ​ມະ​ນາ​ວິທະຍາສາດ

​ທາ​ບທາມ​ຄວາມ​ຄິດ​ເຫັນ ​ເພື່ອ​ປັບປຸງ​ເນື້ອ​ໃນ​ລັດຖະທຳ​ມະນູນ ສະບັບ​ປີ 2003 ​ໃນ​ວັນ​ທີ 20-21 ​ເດືອນ​ຕຸລາ ປີ 2014

ທີ່​ສະພາ​ແຫ່ງ​ຊາດ​ ພາຍ​ໃຕ້​ການ​ເປັນປະທານ​ຂອງ ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ທັງ​ເປັນ​ປະທານ

ຄະນະ​ກຳມະການ​ລະດັບ​ຊາດ ​ເພື່ອ​ປັບປຸງ​ລັດຖະທຳ​ມະນູນ​ ທັງ​ນີ້ ກໍ​ເພື່ອ​ລະດົມ​ ຄວາມ​ຄິດ​ເຫັນ​ຈາກ​ບັນດາ​ການນຳ,

ລັດຖະມົນຕີ​ວ່າການ, ຊ່ວຍ​ວ່າການ, ບັນດາການ​ນຳ​ຈາກ​ຂະ​ແໜງ​ການ​ກ່ຽວຂ້ອງທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ເຂົ້າ​​ໃສ່​

ຮ່າງ​ລັດຖະທຳ​ມະນູນ​ສະບັບ​ດັ່ງກ່າວ ​ໃຫ້​ມີ​ເນື້ອ​ໃນ​ອຸດົມ​ສົມ​ບູນ, ຄົບ​ຖ້ວນ ​ແລະ ແລະ ຮັບປະກັນ​ການ​ປະຕິບັດ​ໜ້າ​ທີ່​

ການ​ເມືອງ​ໃນ​ໄລຍະ​ໃໝ່.

ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ​ກ່າວ​ໃນ​ໂອກາດ​ເປີດ​ສຳ​ມະ​ນາ​ວິທະຍາສາດ​​ຄັ້ງນີ້ວ່າ​: ການ​ປັບປຸງ​ລັດຖະທຳ​ມະນູນ ​ໃນ​ຄັ້ງນີ້ ​

ແມ່ນ​ເພື່ອ​ເປັນການ​ຫັນ​ແນວທາງ​ ນະ​ໂຍບາຍຂອງ​ພັກ​ ກ່ຽວ​ກັບ​ການ​ບູລະນະ​ລະບົບ​ອຳນາດ​ແຫ່ງ​ລັດ ​ທີ່​ໄດ້​ກຳນົດ​ໄວ້

​ໃນ​ມະຕິ​ຕ່າງໆ​ຂອງ​ພັກ ​ເປັນຕົ້ນ​ແມ່ນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ​ເຂົ້າ​ເປັນອັນ​ລະອຽດ​ຢູ່​ໃນ​ລັດຖະທຳ​ມະນູນ ​ເຊິ່ງ

ຖື​ວ່າ​ເປັນ​ກົດໝາຍ​ພື້ນຖານ​ທີ່​ສຳຄັນ​ຂອງ​ປະ​ເທດ ​ໃນ​ການ​ສ້າງ​ລັດທີ່​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດ- ສັງຄົມ ​ດ້ວຍ

​ກົດໝາຍ​ເທື່ອ​ລະ​ກ້າວ​; ທັງ​ເປັນ​ການ​ປັບປຸງ ​ແລະ ​ເພີ່ມ​ເຕີມ​ບັນດາ​ຫລັກການ ​ແລະ ​ເນື້ອ​ໃນ​ໃໝ່​ທີ່​ສຳຄັນ ​ແລະ ຈ​ຳ​

ເປັນ​ກ່ຽວ​ກັບ​ການ​ປັບປຸງ​ອຳນາດ​ແຫ່ງ​ລັດ ທີ່​ໄດ້​ຮັບ​ຜົນສຳ​ເລັດ ​ແລະ ​ໄດ້​ຮັບ​ການ​ຢັ້ງຢືນ​ຈາກ​ພຶດຕິ​ກຳ​ຕົວ​ຈິງ​ໃນ​ໄລຍະ​

ຜ່ານ​ມາ ​ເຂົ້າ​ໃສ່​ຮ່າງ​ລັດຖະທຳ​ມະນູນ ​ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ ​ແລະ ຮັບປະກັນ​ການ​ນຳ​ໃຊ້​ຢ່າງ​ຍາວ​ນານ ​ແນ​ໃສ່​ຍົກ​ສູງ​

ບົດບາດ ​ແລະ ຄວາມ​ສາມາດ​ໃນ​ການ​ນຳພາ​ຂອງ​ພັກ ກໍ​ຄືການ​ຄຸ້ມ​ຄອງ​ຂອງ​ລະບົບ​ອຳນາດ​ລັດໃນ​ໄລ​ຍະ​ໃໝ່. ​ເພື່ອ​ຮັບ

ປະກັນ​ໃຫ້​ແກ່​ການ​ຍົກ​ສູງ​ຄວາມ​ສາມາດ ​ແລະ ບົດບາດ​ການ​ນຳພາ​ຂອງ​ພັກໃນ​ເງື່ອນ​ໄຂ​ໃໝ່ ມີ​ຄວາມ​ຈຳ​ເປັນ​ທີ່​ຈະ

ຕ້ອງ​ປັບປຸງ ​ແລະ ພັດທະນາລະບົບ​ອຳນາດ​ແຫ່ງ​ລັດທາງ​ດ້ານ​ການຈັດຕັ້ງ ກໍ​ຄື ການ​ເຄື່ອນ​ໄຫວ​ວຽກ​ງານ​ໃຫ້​ມີ​ຄວາມ

​ເຂັ້ມ​ແຂງ ​ແລະ ມີ​ປະສິດທິ​ຜົນໃນ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ລັດ​ທີ່​ເປັນ​ເອກ​ະພາບ ບົນ​ພື້ນຖານ​ລັດຖະທຳ​ມະນູນ ​

ແລະ ກົດໝາຍ ​ເປັນຕົ້ນ ​ແມ່ນ​ການ​ປັບປຸງ​ບາງ​ໝວດບາງ​ມາດຕາ ​ໃນ​ລັດຖະທຳ​ມະນູນ ທີ່​ພົວພັນ​ເຖິງ​ການ​ບູລະນະ

ລະບົບ​ອຳນາດ​ແຫ່ງ​ລັດ ປະຊາທິປະ​ໄຕ ປະຊາຊົນ ​ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ ​ແລະ ຮັບປະກັນ​ການ​ປະຕິບັດ​ໜ້າ​ທີ່​ການ​

ເມືອງ​ໃນ​ ໄລຍະ​ໃໝ່.

ທ່ານນາງ ປານີ ຢາ​ທໍ່​ຕູ້ ຍັງ​ໃຫ້​ຮູ້​ອີກ​ວ່າ: ​ການ​ປັບປຸງ​ລັດຖະທຳ​ມະນູນ​ໃນ​ຄັ້ງນີ້ ແມ່ນ​ຈະ​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ສຳຄັນ

​ໃນ​ໝວດ​ກ່ຽວ​ກັບສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ແຂວງ, ນະຄອນຫລວງ; ໝວດ​ປະທານ​ປະ​ເທດ; ໝວດ​ລັດຖະ

ບານ; ໝວດ​ການ​ປົກຄອງ​ທ້ອງ​ຖິ່ນ; ໝວດ​ສານ ​ແລະ ​ໄອ​ຍະ​ການ​ປະຊາຊົນ ​ແລະ ໝວດ​ກ່ຽວ​ກັບ​ອົງການ​ກວດ​ສອບ​

ແຫ່ງ​ລັດ. ​ເນື່ອງ​ຈາກ​ວ່າ ລັດຖະທຳ​ມະນູນ​ເປັນ​ກົດໝາຍ​ພື້ນຖານ​ຂອງ​ປະ​ເທດ ສະນັ້ນ ການ​ປັບປຸງ ​ລັດຖະທຳ​ມະ​ນູນ

ໂດ​ຍສະ​ເພາະ​ໃນ​ຈຳນວນ​ໝວດ​ດັ່ງກ່າວ ຈິ່ງ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງ​ຄົມ ກໍ​ຄື​ການ​ປັບ

ປຸງ​ລະບົບ​ອຳນາດ​ແຫ່ງ​ລັດ​ ໃນ​ໄລຍະ​ໃໝ່.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ