spot_img
Homeຂ່າວທ້ອງຖິ່ນຜູ້ຮັບເໝົາທາງດ່ວນກຳລັງພິຈາລະນາກ່ຽວກັບຄ່າຜ່ານທາງ

ຜູ້ຮັບເໝົາທາງດ່ວນກຳລັງພິຈາລະນາກ່ຽວກັບຄ່າຜ່ານທາງ

Published on

ຄະນະກຳມະການບໍລິຫານທາງດ່ວນວຽງຈັນ-ວັງວຽງ ຈະທົບທວນການປ່ຽນແປງຄ່າທາງດ່ວນຄືນໃໝ່ ກ່ຽວກັບການຄິດຄ່າບໍລິການ ສຳລັບລົດບັນທຸກຈະພິຈາລະນາເປັນພິເສດຫຼັງຈາກມີຜູ້ຮຽກຮ້ອງ.

ເຈົ້າໜາທີ່ບໍ່ປະສົງອອກນາມໄດ້ກ່າວຕໍ່ໜັງສືພິມວຽງຈັນທາມວ່າ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຜູ້ຮັບເໝົາທາງດ່ວນກຳລັງພິຈາລະນາກ່ຽວກັບຄ່າຜ່ານທາງ ແລະ ຈະແຈ້ງຕໍ່ສາທາລະໃຫ້ຊາບຫາກມີການປ່ຽນແປງໃດໆເກີດຂຶ້ນໃນກາງເດືອນນີ້.

ຜູ້ຂັບຂີ່ລົດຍົນຫຼາຍຄົນໄດ້ໂພສຮຽກຮ້ອງຜ່ານສື່ສັງຄົມອອນລາຍ ກ່ຽວກັບການປ່ຽນແປງຄ່າຜ່ານທາງຫຼັງຈາກມີການເປີດໃຊ້ຢ່າງເປັນທາງການໃນວັນທີ 24 ທັນວາ 2020 ໂດຍພວກເຂົາກ່າວວ່າ ຈຳນວນເງິນທີ່ຮຽກເກັບຄ່າທາງດ່ວນນັ້ນແພງເກີນໄປ ແລະ ບາງຄັ້ງຄ່າທາງດ່ວນກໍ່ເກັບບໍ່ຄືກັນ ເນື່ອງຈາກລົດກະບະຖືກຈັດເປັນລົດບັນທຸກປະເພດ 1.

ບັນດາຜູ້ຂັບຂີ່ລົດຍົນກຳລັງຮຽກຮ້ອງໃຫ້ຜູ້ມີອຳນາດພິເສດ ແລະ ຄະນະກຳມະການບໍລິຫານທາງດ່ວນພິຈາລະນາທົບທວນຄ່າຜ່ານທາງດ່ວນ.

ບໍລິສັດຮ່ວມທຶນລາວ-ຈີນຈໍາກັດ ໄດ້ວາງປ້າຍປະກາດມາດຕະຖານການເກັບຄ່າຜ່ານທາງດ່ວນວຽງຈັນ-ວັງວຽງ ເຊິ່ມີລາຄາເລີ່ມຕົ້ນ ຈາກ 600 ກີບ ຫາ 2.000 ກີບຕໍ່ກິໂລແມັດ (ກມ).

ການເກັບເງິນຜ່ານທາງດັ່ງກ່າວໄດ້ແບ່ງອອກສໍາລັບລົດແຕ່ລະປະເພດດັ່ງນີ້: ລົດບັນທຸກປະເພດ1 ທີ່ມີນໍ້າໜັກບໍ່ເກີນ 2 ໂຕນ ຄິດໄລ່ລາຄາແມ່ນ 600 ກີບ/ກມ ໝາຍຄວາມວ່າຈາກນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ເຊິ່ງມີຄວາມຍາວ 109,9 ກິໂລແມັດ ແມ່ນເອົາມູນຄ່າ 600 ກີບ ຄູນຕາມໄລຍະທາງເລີຍ, ລົດບັນທຸກປະເພດ 2 ທີ່ມີນໍ້າໜັກ 2 ໂຕນ ຫາ 5 ໂຕນ ລາຄາແມ່ນ 1.000 ກີບ/ກມ, ລົດບັນທຸກປະເພດ3 ນໍ້າໜັກແຕ່ 5 ໂຕນ ຫາ 10 ໂຕນ ລາຄາແມ່ນ 1.400 ກີບ/ກມ, ລົດບັນທຸກປະເພດ 4 ນໍ້າໜັກ 10ໂຕນ ຫາ 15 ໂຕນລາຄາແມ່ນ 2. 000 ກີບ/ກມ.

ນອກນັ້ນຍັງມີຄ່າຜ່ານສະເພາະປະເພດລົດໂດຍສານ ເຊິ່ງລົດໂດຍສານປະເພດ1  ທີ່ມີ 7 ບ່ອນນັ່ງລົງມາ ແມ່ນ 600 ກີບ/ກມ, ລົດປະເພດ 2 ມີ 8 ຫາ 9 ບ່ອນນັ່ງ ແມ່ນ 1.000ກີບ/ກ, ລົດປະເພດ3 ມີ 20 ຫາ 39 ບ່ອນນັ່ງ ແມ່ນລາຄາ 1.400 ກີບ/ກມ ແລະ ລົດປະເພດ 4 ມີ 40 ບ່ອນນັ່ງຂຶ້ນໄປ ແມ່ນ 2.000 ກີບ/ກມ. ເຊິ່ງລົດທຸກຄັນແມ່ນຈະຖືກຊັ່ງນໍ້າໜັກກ່ອນຂຶ້ນທາງດ່ວນ.

ຄະນະກຳມະການບໍລິຫານທາງດ່ວນວຽງຈັນ-ວັງວຽງ ກຳລັງພະຍາຍາມຫາທາງແກ້ໄຂສະຖານະການຫຼັງຈາກມີອຸບັດຕິເຫດເມື່ອຍານພາຫະນະຕຳກັບສັດລ້ຽງເທິງທາງດ່ວນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...