spot_img
Homeຂ່າວທ້ອງຖິ່ນຄະນະສະເພາະກິດເລັ່ງໃສ່ 3 ວຽກງານປ້ອງກັນການລະບາດໂຄວິດ-19

ຄະນະສະເພາະກິດເລັ່ງໃສ່ 3 ວຽກງານປ້ອງກັນການລະບາດໂຄວິດ-19

Published on

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຕາງໜ້າກົມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ເມື່ອວັນທີ 4 ມັງກອນ 2021 ທີ່ຜ່ານມາວ່າ: ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ-19 ໄດ້ເລັ່ງໃສ່ 3 ວຽກງານຕົ້ນຕໍ ເຊິ່ງປະກອບມີ: ການຕິດຕາມຜູ້ເດີນທາງເຂົ້າ-ອອກຜ່ານຈຸດຊາຍແດນຕ່າງໆໃນຂອບເຂດທົ່ວປະເທດ, ການຕິດ ຕາມຜູ້ຈໍາກັດບໍລິເວນຢູ່ 32 ສູນໃນຂອບເຂດທົ່ວປະເທດ ແລະ ການເກັບຕົວຢ່າງມາກວດວິເຄາະຫາພະຍາດດັ່ງກ່າວ. ເຊິ່ງນັບແຕ່ມີການແຜ່ລະບາດຂອງພະຍາດນີ້ຮອດປັດຈຸບັນໄດ້ມີການກວດວິເຄາະທັງໝົດ 93.000 ຕົວຢ່າງ ຫຼື ຄົນພົບຜູ້ຕິດເຊື້ອພະຍາດໂຄວິດ-19 ພຽງແຕ່ 41 ຄົນ ເຊິ່ງໃນນີ້ 40 ຄົນໄດ້ປິ່ນປົວຫາຍດີ ແລະ ອອກຈາກໂຮງໝໍແລ້ວຍັງມີພຽງ 1 ຄົນທີ່ຍັງນອນປິ່ນປົວຢູ່ໂຮງໝໍມິດຕະພາບ

ທ່ານ ດຣ. ພອນປະເສີດໄດ້ກ່າວຕື່ມວ່າ: ພາຍຫຼັງທີ່ມີການແຜ່ເຊື້ອຮອບໃໝ່ຢູ່ປະເທດໄທ ໂດຍຜູ້ແຜ່ເຊື້ອແມ່ນພໍ່ຄ້າຂາຍອາຫານທະເລສົດ ແລະ ແຊ່ແຂງນັ້ນ, ທາງຄະນະສະເພາະກິດກໍ່ໄດ້ ມີການສັ່ງໂຈະຊົ່ວຄາວການນໍາເຂົ້າອາຫານທະເລສົດ ແລະ ແຊ່ແຂງຈາກປະເທດດັ່ງກ່າວ ແຕ່ກໍຍັງພົບເຫັນອາຫານທະເລສົດ ແລະ ແຊ່ແຂງຈໍານວນຫຼາຍວາງຂາຍຢູ່ຕາມຕະຫຼາດ ເຊິ່ງທາງຄະນະສະເພາະກິດໄດ້ລົງເກັບກໍາເອົາຕົວຢ່າງປະເພດອາຫານດັ່ງກ່າວ ຢູ່ຕະຫຼາດໃຫຍ່10 ແຫ່ງພາຍໃນນະຄອນຫຼວງວຽງຈັນ ແລະ ໄດ້ກວດພະນັກງານບໍລິສັດທີ່ນໍາເຂົ້າອາຫານດັ່ງກ່າວຈໍານວນ 138 ຄົນ ແຕ່ຜົນກວດແມ່ນບໍ່ພົບເຊື້ອ.

ປັດຈຸບັນນີ້ ຢູ່ໃນ 10 ປະເທດອາຊຽນຍັງມີແຕ່ ສປປ ລາວ ແລະ ກໍາປູເຈຍ ທີ່ບໍ່ມີຜູ້ເສຍຊີວິດຍ້ອນພະຍາດນີ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...