spot_img
Homeຂ່າວພາຍ​ໃນຊຽງຂວາງພົບລະເບີດໃຫຍ່ໜັກ 113 kg ໃກ້ໂຮງຮຽນ

ຊຽງຂວາງພົບລະເບີດໃຫຍ່ໜັກ 113 kg ໃກ້ໂຮງຮຽນ

Published on

ຕາມການລາຍງານ ຈາກອົງການເກັບກູ້ລະເບີດແມັກ ໃນວັນທີ 25 ທັນວາ 2020 ທີ່ຜ່ານມາວ່າ ພົບເຫັນລະເບີດໃນເຂດການກໍ່ສ້າງທີ່ດ້ານຫຼັງຂອງໂຮງຮຽນອະນຸບານທີ່ເມືອງຄູນ, ແຂວງ ຊຽງຂວາງ ເຊິ່ງທາງທີມງານເກັບກູ້ລະເບີດ ແລະ ຜູ້ຊ່ຽວຊານດ້ານລະເບີດໄດ້ລົງພື້ນທີ່ດັ່ງກ່າວໃນທັນທີ.

ລະເບີດທີ່ພົບໃນຄັ້ງນີ້ມີຂະໜາດໃຫຍ່ ແລະ ໜັກເຖິງ 250 ປອນ ຫຼື 113 ກິໂລກຣາມ ເຊິ່ງຢູ່ຫ່າງຈາກອາຄານຂອງໂຮງຮຽນພຽງແຕ່ 20 ແມັດເທົ່ານັ້ນ.

ດັ່ງນັ້ນ, ເພື່ອຄວາມປອດໄພນ້ອງໆນັກຮຽນ, ຄູອາຈານ ແລະ ບັນດາພໍ່ແມ່ປະຊາຊົນທີ່ຢູ່ເຂດອ້ອມຂ້າງທາງອົງການເກັບກູ້ລະເບີດແມັກໄດ້ເຄື່ອນຍ້າຍໄປໄວ້ສະຖານທີ່ປອດໄພແລ້ວ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...