spot_img
Homeຂ່າວທ້ອງຖິ່ນທົດລອງສົ່ງກະແສໄຟຟ້າແສງຕາ ເວັນເຂົ້າສູ່ລະບົບຂອງໄຟຟ້າລາວ ຢູ່ແຂວງສະຫວັນນະເຂດ

ທົດລອງສົ່ງກະແສໄຟຟ້າແສງຕາ ເວັນເຂົ້າສູ່ລະບົບຂອງໄຟຟ້າລາວ ຢູ່ແຂວງສະຫວັນນະເຂດ

Published on

ລັດວິສາຫະກິດໄຟຟ້າລາວ ລາຍງານວ່າ ໃນອາທິດຜ່ານມາ ໄດ້ມີການທົດລອງ ສົ່ງກະແສໄຟຟ້າຈາກໂຄງການພະລັງງານໄຟຟ້າແສງຕາເວັນ ບ້ານອຸ້ມໜາມຄອງ1 ແລະ ອຸ້ມໜາມຄອງ3 ເມືອງ ສອງຄອນ ແຂວງສະຫວັນນະເຂດ ມີກໍາລັງຕິດຕັ້ງ 10 ເມກາວັດ ເຂົ້າລະບົບສາຍສົ່ງໄຟຟ້າ ລັດວິສາຫະກິດໄຟຟ້າລາວ ໂດຍມີ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ເຄນຄຳ ສີລາຊາ ປະທານກຸ່ມບໍລິສັດຄູນໄຊພັດທະນາກໍ່ສ້າງ ທັງເປັນຜູ້ອຳນວຍການບໍລິສັດລາວພັດທະນາກຣີນເອັນເຈີເນຣິງຈຳກັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​

ໂຄງການພັດທະນາພະລັງງານໄຟຟ້າແສງຕາເວັນ ອຸ້ມໜາມຄອງ1 ແລະ ອຸ້ມໜາມຄອງ3 ເປັນການລົງທືນຂອງບໍລິສັດເອກະຊົນ ເພື່ອພັດທະນາພະລັງງານທາງເລືອກ ແລະ ເປັນພະລັງງານທີ່ສະອາດ ໃນການສະໜອງພະລັງງານໃຫ້ກັບ ເສດຖະກິດ-ສັງຄົມ ໃນແຂວງສະຫວັນນະເຂດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...