ຜົ້ງສາລີແຈ້ງການໃຫ້ຢຸດຕິການເດີນທາງໄປແຂວງຫຼວງນ້ຳທາຊົ່ວຄາວ

ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຜົ້ງສາລີ ກໍໄດ້ອອກແຈ້ງການດ່ວນໃນວັນທີ 3 ທັນວາ 2020 ທີ່ຜ່ານມາເຖິງຫ້ອງການ ຍທຂ 7 ເມືອງພາຍໃນແຂວງໃຫ້ ຢຸດການຂົນສົ່ງຜູ້ໂດຍ ສານ ແລະ ສິນຄ້າທຸກປະເພດທີ່ນໍາມາຈາກແຂວງຫຼວງນໍ້າທາ ເພື່ອເຂົ້າມາ ແຂວງຜົ້ງສາລີ ຊົ່ວຄາວ ພາຍຫຼັງທີ່ກວດພົບຄົນໄຂ້ທີ່ມີນິຍາມຄ້າຍຄືຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງຫຼວງນໍ້າທາ ເມື່ອວັນທີ 3 ທັນວາ 2020.

ແຈ້ງການດັ່ງກ່າວນີ້ກໍ່ເພື່ອຄວາມບໍ່ປະໝາດ ແລະ ເປັນການເພີ່ມທະວີມາດຕະການປ້ອງກັນພະຍາດ ດັ່ງກ່າວ ຕາມ ການຊີ້ນໍາຂອງຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂພະຍາດໂຄວິດ-19.

ຮຽບຮຽງຂ່າວ: ພຸດສະດີ