spot_img
Homeຂ່າວທ້ອງຖິ່ນປະຊາຊົນທີ່ທຽວທາງ"ເມືອງປາກເຊ ຫາເມືອງປາກຊ່ອງ" ຮັບຜົນກະທົບຈາກການເກັບເງິນຄ່າຜ່ານທາງ

ປະຊາຊົນທີ່ທຽວທາງ”ເມືອງປາກເຊ ຫາເມືອງປາກຊ່ອງ” ຮັບຜົນກະທົບຈາກການເກັບເງິນຄ່າຜ່ານທາງ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ອໍານາດການປົກຄອງ ແຂວງຈໍາປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງກໍາລັງຈະປຶກສາຫາລື ກັບ 2 ບໍລິສັດ ກໍ່ສ້າງເອກກະຊົນ ທີ່ໄດ້ໄປສໍາປະທານກໍ່ສ້າງເສັ້ນທາງແຕ່ເມືອງປາກເຊ ຫາ ເມືອງປາກຊ່ອງ ເພື່ອຊ່ວຍປະຊາຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບໜັກຈາການເກັບເງິນຄ່າຜ່ານທາງ.

ປະຊາຊົນແຂວງຈໍາປາສັກ ໂດຍສະເພາະປະຊາຊົນທີ່ທຽວເສັ້ນທາງ ເມືອງປາກເຊ ຫາເມືອງປາກຊ່ອງເປັນປະຈໍາ ໄດ້ຮັບຜົນກະທົບໜັກຈາກການເກັບເງິນຄ່າທຽວເສັ້ນທາງ ແຕ່ເມືອງປາກເຊ ຫາ ເມືອງປາກຊ່ອງ ຫຼື ເມືອງປາກຊ່ອງ ຫາ ເມືອງປາກເຊ, ຊຶ່ງມີໄລຍະທາງ 45 ກິໂລແມັດ ໂດຍມີການເສຍເງິນ ໄປ-ກັບ 60.000 ກີບ/ຕໍ່ເທື່ອ ຊຶ່ງມີການເກັບຄ່າຜ່ານທາງຢູ່ 2 ຈຸດຄື: ຫຼັກ 8 ຫາ ຫຼັກ 21 ແລະ ຫຼັກ 21 ຫາ ຫຼັກ 45. ໝາຍຄວາມວ່າຖ້າປະຊາຊົນທຽວເສັ້ນທາງໄປ-ກັບ ແຕ່ຫຼັກ 8 ຫາ ຫຼັກ 21  ຫຼື ແຕ່ ຫຼັກ 21 ຫາ ຫຼັກ 45 ແມ່ນຕ້ອງໄດ້ເສຍ 30.000 ຕໍ່ເທື່ອ (ໄປ 15.000 ກີບ/ເທື່ອ, ກັບ 15.000 ກີບ/ເທື່ອ), ແຕ່ຖ້າທຽວເສັ້ນທາງດັ່ງກ່າວໂດຍຜ່ານ 2 ຈຸດພ້ອມກັນ ລວມໄປ-ກັບແມ່ນ 60.000 ກີບ/ເທື່ອ.

ການເກັບເງິນ ຢູ່ 2 ຈຸດດັ່ງກ່າວນີ້ຍ້ອນວ່າມີ 2 ບໍລິສັດ ກໍ່ສ້າງເອກະຊົນ ທີ່ໄດ້ຮັບສໍາປະທານກໍ່ສ້າງເສັ້ນທາງດັ່ງກ່າວ ໂດຍໄດ້ຮັບອະນຸຍາດກໍ່ສ້າງ ແລະ ເກັບເງິນດັ່ງກ່າວຈາກລັດຖະບານ ເພື່ອ ເກັບເງິນຄືນໃນການລົງທຶນ, ຈຸດທີ 1 ນັບແຕ່ຫຼັກ 8 ຫາ ຫຼັກ 21 ແມ່ນບໍລິສັດດວງຕາກໍ່ສ້າງເປັນຜູ້ສໍາປະທານກໍ່ສ້າງ ແລະ ເປັນຜູ້ເກັບປີ້ຜ່ານທາງ, ສ່ວນຈຸດທີ 2 ແມ່ນບໍລິສັດດວງດີກໍ່ສ້າງເປັນຜູ້ສໍາປະທານ ແລະ ເກັບປີ້ຜ່ານທາງ.

ເຈົ້າໜ້າທີ່ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຈໍາປາສັກ ທ່ານ ຈັນທະວີສຸກ ວັນສິລິ ໄດ້ກ່າວຕໍ່ທີມງານວຽງຈັນທາຍ ມື້ເຊົ້າວັນທີ່ 17 ພະຈິກ 2020 ນີ້ກ່ຽວກັບການແກ້ໄຂການເກັບປີ້ຜ່ານທາງດັ່ງກ່າວນີ້ໂດຍສະເພາະມາດຕະການຊ່ວຍເຫຼືອປະຊາຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບໂດຍກົງຍ້ອນມີການຜ່ານເສັ້ນທາງດັ່ງກ່າວທຸກໆວັນວ່າ: ທາງເມືອງຍັງບໍ່ໄດ້ມີຂໍ້ຕົກລົງລະອຽດໃນການເກັບເງິນດັ່ງກ່າວກັບ 2 ບໍລິສັດດັ່ງກ່າວເທື່ອ ແຕ່ເມື່ອບໍລິສັດສ້າງທາງສໍາເລັດ ເຂົາເຈົ້າແມ່ນໄດ້ເກັບເງິນເລີຍ. ປັດຈຸບັນນີ້ພະແນກໂຍທາທິການ ແລະ ຂົນສົ່ງ ໂດຍສົມທົບກັບອໍານາດການປົກຄອງແຂວງຈໍາປາສັກ, ອໍານາດການປົກຄອງເມືອງປາກເຊ ແລະ ເມືອງປາກຊ່ອງ ກຽມປຶກສາຫາລືກັບ 2 ບໍລິສັດດັ່ງກ່າວນີ້ ເພື່ອຫາທາງອອກຊ່ວຍປະຊາຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບໜັກໃນປັດຈຸບັນນີ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...