Homeຂ່າວທ້ອງຖິ່ນທ່ຽວບຸນທາດຫຼວງຢ່າງມີສະຕິ ລະວັງມິດສາຊີບແຫກ-ລ່ວງກະເປົາ

ທ່ຽວບຸນທາດຫຼວງຢ່າງມີສະຕິ ລະວັງມິດສາຊີບແຫກ-ລ່ວງກະເປົາ

Published on

ອີງຕາມການລາຍງານຈາກ ຂ່າວ ປກສ ໃຫ້ຮູ້ວ່າ ເຈົ້າໜ້າທີ່ຄະນະກໍາມະການປ້ອງກັນງານບຸນພຣະທາດຫຼວງ ເປີດເຜີຍວ່າ: ໃນປີນີ້, ເຖິງແມ່ນວ່າການຈັດງານຈະເປັນພຽງແຕ່ຮີດຄອງປະເພນີເທົ່ານັ້ນ, ແຕ່ກໍຄາດວ່າຈະມີມວນຊົນເຂົ້າມາທ່ຽວຊົມ ແລະ ກາບໄຫວ້ອົງພຣະທາດຫຼວງເປັນຈໍານວນຫຼວງຫຼາຍ ເຮັດໃຫ້ທາງເຂົ້າ-ອອກ ແລະ ສະຖານທີ່ຈັດງານມີຄວາມແອອັດ. ຕໍ່ກັບບັນຫານີ້, ອາດຈະມີມິດສາຊີບສວຍໂອກາດແຫກ-ລ່ວງກະເປົາຂອງຜູ້ທີ່ມາທ່ຽວງານກໍເປັນໄດ້.

ແຕ່ຢ່າງໃດກໍຕາມ, ເຖິງຈະມີເຈົ້າໜ້າທີ່ກໍາລັງ ປກຊ-ປກສ ເຮັດໜ້າທີ່ປ້ອງກັນອາດຈະເຮັດໜ້າທີ່ບໍ່ທົ່ວເຖິງໄດ້. ສະນັ້ນ, ຜູ້ທີ່ມາທ່ຽວ ຕ້ອງເປັນເຈົ້າການເພີ່ມສະຕິລະວັງຕົວໃຫ້ສູງ ເປັນຕົ້ນແມ່ນ ການພາຍກະເປົາຕ້ອງພາຍຢູ່ທາງໜ້າເອົາເສື້ອປົກປິດໄວ້ ແລະ ເອົາແຂນກອດໄວ້, ບໍ່ຄວນໃສ່ສາຍຄໍ ແລະ ນໍາວັດຖຸທີ່ມີລາຄາແພງມານໍາ. ນອກນັ້ນ, ໃຫ້ຫຼີກລ່ຽງບ່ອນແອອັດ; ສໍາລັບຜູ້ທີ່ມາພ້ອມລູກນ້ອຍແມ່ນໃຫ້ຂຽນເບີໂທຜູ້ປົກຄອງໃສ່ຖົງເສື້ອໃນກໍລະນີພັດຫຼົງ ຈຶ່ງສະດວກໃນການແຈ້ງຫາ.

ເຊິ່ງບຸນທາດຫຼວງໃນປີຜ່ານມາ, ກໍມີປະກົດການຫຍໍ້ທໍ້ເກີດຂຶ້ນເປັນຈໍານວນຫຼວງຫຼາຍ ເຊັ່ນ: ໃນປີ 2017, ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດຈໍານວນ 11 ເລື່ອງ; ໃນນີ້, ແຫກກະເປົາ 4 ເລື່ອງ ແລະ ລ່ວງກະເປົາ 7 ເລື່ອງ ມູນຄ່າຄວາມເສຍຫາຍ 11.350.000 ກີບ, ເງິນ 1.000 ບາດ, ໂທລະສັບ 7 ເຄື່ອງ, ບັດປະຈໍາຕົວ ແລະ ບັດເອທີເອັມ ຈໍານວນໜຶ່ງ.ປີ 2018, ມີປະກົດການຫຍໍ້ທໍ້ເກີດຂຶ້ນ 3 ເລື່ອງ; ໃນນີ້, ແຫກກະເປົາ 2 ເລື່ອງ ແລະ ລ່ວງກະເປົາ 1 ເລື່ອງ ມູນຄ່າຄວາມເສຍຫາຍ 1.900. 000 ກີບ, ເງິນ 5.800 ບາດ ແລະ ເຄື່ອງມີຄ່າຈໍານວນໜຶ່ງ.

ນອກນັ້ນ, ກໍຍັງມີເດັກນ້ອຍຫຼົງກັບ ພໍ່-ແມ່ຈໍານວນໜຶ່ງ. ສ່ວນປີ 2019 ຜ່ານມາ, ແມ່ນບໍ່ມີປະກົດ ການຫຍໍ້ທໍ້ເກີດຂຶ້ນ ສາມາດຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມປອດໄພ 100%; ແຕ່ສະພາບທີ່ພົ້ນເດັ່ນພາຍໃນງານກໍມີພຽງແຕ່ແຈ້ງຄົນພັດຫຼົງເທົ່ານັ້ນ ເຊັ່ນ: ພໍ່-ແມ່ຫຼົງກັນກັບລູກ, ໝູ່ຄູ່ຫຼົງກັນ ແລະ ຜູ້ເຖົ່າຜູ້ແກ່ທີ່ມາຈາກຕ່າງແຂວງ ຈໍານວນ 30 ກວ່າຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...