Homeຂ່າວທ້ອງຖິ່ນບຸນທາດຫຼວງປີນີ້ "ຂີ່ລົດເມຟຣີ" 3 ສາຍທາງ

ບຸນທາດຫຼວງປີນີ້ “ຂີ່ລົດເມຟຣີ” 3 ສາຍທາງ

Published on

ອີງຕາມ​ເວັບໄຊ​ Laotiane time​ ລາຍງານ​ວັນທີ ​28​ ຕຸລາ 2020ນີ້ວ່າ: ໄລຍະບຸນນະມັດສະການພຣະທາດຫຼວງວຽງຈັນປະຈຳປີ​ 2020​ ວັນທີ​ 29-31​ຕຸລາ​ ແມ່ນຈະບໍລິການລົດເມບໍ່ເສຍຄ່າ ໂດຍການຮ່ວມຂອງບໍລິສັດລາວເວີນ (Lao World Public Company) ກັບລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ແນໃສ່ເພື່ອສົ່ງເສີມໃຫ້ປະຊາຊົນນຳໃຊ້ຂົນສົ່ງສາທາລະນະ.​ ເຊິ່ງ 3​ ສາຍທາງ ປະກອບມີ​: ໄອເຕັກ-ດົງໂດກ, ໄອເຕັກ-ດົງຄຳຊ້າງ ແລະ ໄອເຕັກ-ຕະຫຼາດເຊົ້າ-ສີໄຄ-ຕາດທອງ ເລີ່ມແຕ່ວັນທີ 29-31 ຕຸລາ ເຊິ່ງລົດເມຈະແລ່ນບໍລິການ 5 ຖ້ຽວຕໍ່ມື້ ຈາກ 9 ໂມງເຊົ້າເຖິງ 9 ໂມງແລງ.​

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...