Homeຂ່າວພາຍ​ໃນໜີ້ສິນສາທາລະນະໄດ້ກາຍເປັນຄວາມສ່ຽງຕໍ່ຄວາມໝັ້ນຄົງທາງດ້ານເສດຖະກິດຂອງປະເທດ

ໜີ້ສິນສາທາລະນະໄດ້ກາຍເປັນຄວາມສ່ຽງຕໍ່ຄວາມໝັ້ນຄົງທາງດ້ານເສດຖະກິດຂອງປະເທດ

Published on

ໜັງສືພິມວຽງຈັນທາມ ລາຍງານ ຈາກການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ແລະ ແຜນ ການປະຈໍາປີ 2021 ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ຕຸລາ 2020 ໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ທ່ານ ທອງລຸນ ສີສຸລິດ ໄດ້ກ່າວວ່າ: ລັດຖະບານເຫັນໄດ້ສະພາບໜີ້ສິນສາທາລະນະຂອງປະເທດໃນປັດຈຸບັນມີຄວາມໜັກໜ່ວງ ແລະ ກາຍເປັນຄວາມສ່ຽງຕໍ່ຄວາມໝັ້ນຄົງທາງດ້ານເສດຖະກິດຂອງປະເທດ, ສະນັ້ນຈຶ່ງມີແຜນແກ້ໄຂເປັນສະເພາະໜ້າ (ໄລຍະກາງ ແລະ ຍາວນານຢ່າງຊັດເຈນ) ໂດຍພະຍາຍາມຫຼຸດການຂາດດຸນງົບປະ ມານລົງໃນແຕ່ລະປີ, ໄດ້ແຍກການຄຸ້ມຄອງໜີ້ສິນອອກມາຄຸ້ມຄອງສະເພາະໂດຍຢຸດຕິການກູ້ຢືມຈາກຕ່າງປະເທດມາດຸ່ນດຽງລາຍຈ່າຍງົບປະມານປົກກະຕິ, ການກູ້ຢືມຈາກຕ່າງປະເທດສາມາດກູ້ຢືມໄດ້ສະເພາະເພື່ອ ມາຊໍາລະຕົ້ນທຶນເງິນກູ້ຕ່າງປະເທດທີ່ຄົບກໍານົດເທົ່ານັ້ນ. ຮອດປັດຈຸບັນລັດຖະບານຍັງສາມາດຊໍາລະຢູ່ໃນເກນປົກກະຕິຂອງໜີ້ຕ່າງປະເທດ.

ສະເພາະການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ທ່ານນາຍົກແຈ້ງໃຫ້ຮູ້ວ່າ: ລັດຖະບານໄດ້ເອົາໃຈໃສ່ແກ້ໄຂໃນພາກປົກກະຕິປະຈໍາປີ 2020, ນອກຈາກນີ້ຍັງໄດ້ສໍາເລັດການຄົ້ນຄວ້າວິທີແກ້ໄຂໜີ້ສິນດ້ວຍຮູບແບບອວ່າຍໜີ້ 3 ແຈ ແລະ ອອກພັນທະບັດ, ໄດ້ປະຕິບັດຜົນການກວດກາຕາມຜົນການກວດສອບ ຊຶ່ງເຫັນໄດ້ວ່າມີໂຄງການຕ້ອງຫັກລົບມູນຄ່າຈໍານວນ 180 ໂຄງການ ເຊິ່ງມີມູນຄ່າຫັກລົບສູງເຖິງ 1.861,51 ຕື້ກີບ ແລະ ຮອດທ້າຍປີ 2020 ຈະສາມາດຫັກລົບໄດ້ 578,35 ຕື້ກີບ. ການຂາດດຸນງົບປະມານ ໂດຍອີງຕາມຕົວເລກການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍ 9 ເດືອນຕົ້ນປີ 2020 ພົບວ່າ, ຂາດດຸນຢູ່ປະມານ 3.228 ຕື້ກີບ ເຊິ່ງລັດຖະບານຈະສືບຕໍ່ສູ້ຊົນລະດົມທຶນ ດຸ່ນດ່ຽງງົບປະມານໃຫ້ໄດ້ຕາມແຜນການຂາດດຸນ ແລະ ຊໍາລະໜີ້ສິນຕ່າງປະເທດໃຫ້ທັນຕາມ ກໍານົດເວລາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...