spot_img
Homeຂ່າວທ້ອງຖິ່ນໄຂ້ຍຸງລາຍເສຍຊີວິດແລ້ວ 12 ຄົນ ຍອດຜູ້ຕິດເຊື້ອຍັງສູງກວ່າ 7 ພັນຄົນ

ໄຂ້ຍຸງລາຍເສຍຊີວິດແລ້ວ 12 ຄົນ ຍອດຜູ້ຕິດເຊື້ອຍັງສູງກວ່າ 7 ພັນຄົນ

Published on

ພະຍາດໄຂ້ຍຸງລາຍ ເປັນພະຍາດໜຶ່ງ ທີ່ມີລັກສະນະຮ້າຍແຮງ ແລະ ອັນຕະລາຍ, ເຊິ່ງໃນປີນີ້ ພະຍາດດັ່ງກ່າວ ໄດ້ພາກຊີວິດຂອງຄົນທີ່ທ່ານຮັກໄປແລ້ວ 12 ຊີວິດ. ຂະນະດຽວກັນ, ຍອດຜູ້ຕິດເຊື້ອສູງເຖິງ 7.453 ຄົນ.

ທ່ານ ນາງ ລັດສະໝີ ຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 26 ຕຸລາ 2020 ນີ້ວ່າ: ນັບຕັ້ງແຕ່ຕົ້ນເດືອນມັງກອນ ຫາ ວັນທີ 25 ຕຸລາ 2020 ມີຜູ້ຕິດເຊື່ອໄຂ້ຍຸງລາຍ 7.453 ຄົນ ແລະ ເສຍຊີວິດ 12 ຄົນ. ໃນນັ້ນ, ນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ ສູງອັນດັບໜຶ່ງ ຢືນຢັນຜູ້ຕິດເຊື້ອທັງໝົດ 1.702 ຄົນ, ບໍລິຄຳໄຊ 867 ຄົນ, ບໍ່ແກ້ວ 706 ຄົນ ແລະ ແຂວງວຽງຈັນ 695 ຄົນ. ສະເພາະໃນວັນທີ 21 ຕຸລາ 2020 ກະຊວງສາທາລະນະສຸກ ຢືນຢັນພົບຜູ້ຕິດເຊື້ອໄຂ້ຍຸງລາຍທັງໝົດ 9 ກໍລະນີ.

ເມື່ອຮູ້ດັ່ງນີ້ແລ້ວ ພວກເຮົາບໍ່ຄວນຖືເບົາໃນການປ້ອງກັນ ໂດຍການທຳລາຍ ແຫຼ່ງເພາະພັນຂອງໜອງນໍ້າຍຸງລາຍ. ພ້ອມນີ້, ກໍຕ້ອງໄດ້ເອົາໃຈໃສ່ເປັນພິເສດ ໃນການປ້ອງກັນຄົນໃນຄອບຄົວບໍ່ໃຫ້ຍຸງກັດ ດ້ວຍຫຼາຍວິທີ ເຊັ່ນ: ທາຢາກັນຍຸງ, ນອນໃນມຸ້ງ, ບໍ່ໄປສະຖານທີ່ສ່ຽງ ເຊັ່ນ: ພຸ້ມໄມ້, ຄອງລະບາຍນໍ້າ ຫາກມີອາການເປັນໄຂ້ ຄວນໄປພົບແພດ ເພື່ອຮັບປະກັນຄວາມປອດໄພຂອງທ່ານ ແລະ ຄົນທີ່ທ່ານຮັກ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...