spot_img
Homeຂ່າວທ້ອງຖິ່ນບຸນທາດຫຼວງປີນີ້ຈັດພຽງ 3 ວັນ ບໍ່ມີຕະຫຼາດນັດເພື່ອຫຼີກເວັນຄົນແອອັດ

ບຸນທາດຫຼວງປີນີ້ຈັດພຽງ 3 ວັນ ບໍ່ມີຕະຫຼາດນັດເພື່ອຫຼີກເວັນຄົນແອອັດ

Published on

ອີງຕາມການລາຍງານຂອງ ວິທະຍຸກະຈາຍສຽງແຫ່ງຊາດລາວ ໃຫ້ຮູ້ວ່າ ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ຈະຈັດພຽງ 3 ວັນ, ບໍ່ໃຫ້ມີຕະຫຼາດນັດຈຳໜ່າຍສິນຄ້າ ເພື່ອຫຼີກເວັນຄົນແອອັດ, ຜູ້ທີ່ມາທ່ຽວໃນງານຕ້ອງມີນໍ້າຢາລ້າງມື ແລະ ຜ້າອັດປາກມາພ້ອມ.

ທ່ານ ນາງ ວິໄລວອນ ຈັນທະລັງສີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະ ຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ຈັດຖະແຫຼງຂ່າວເມື່ອວັນທີ 22 ຕຸລາ 2020 ທີ່ຜ່ານມາວ່າ ເນື່ອງຈາກສະພາບການໃນທົ່ວໂລກມີການລະບາດຂອງໂຄວິດ-19 ຍັງສືບຕໍ່ຂະຫຍາຍຕົວ. ສະນັ້ນ, ພັກ ແລະ ລັດຖະບານຈຶ່ງໄດ້ມີຄວາມເປັນຫ່ວງເປັນໃຍຕໍ່ບັນຫາສຸຈະພາບຂອງປະຊາຊົນຄົນລາວ ແຕ່ເພື່ອຮັກສາຮີດຄອງປະເພນີອັນດີງາມຂອງລາວ ຈຶ່ງໄດ້ອະນຸຍາດໃຫ້ເຈົ້າພາບນະຄອນຫຼວງວຽງຈັນຈັດງານບຸນນະມັດສະການພະທາດຫຼວງ ປະຈຳປີ 2020 ໃຫ້ໃຊ້ເວລາຈັດພຽງ 3 ວັນ ໃຫ້ຈັດແບບຮີດຄອງປະ ເພນີເທົ່ານັ້ນ ບໍ່ໃຫ້ມີຕະຫຼາດນັດຈຳໜ່າຍສິນຄ້າ ເພື່ອຫຼີກເວັນຄົນແອອັດ, ຜູ້ທີ່ມາທ່ຽວໃນງານຕ້ອງມີນໍ້າຢາລ້າງມື ແລະ ຜ້າອັດປາກມາພ້ອມ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...