Homeຂ່າວພາຍ​ໃນຍ້ອນການລະບາດຂອງໂຄວິດ-19! ປີ 2020 ຄວາມທຸກຍາກໃນລາວຈະເພີ່ມຂຶ້ນ 1,4 ຫາ 3,1%

ຍ້ອນການລະບາດຂອງໂຄວິດ-19! ປີ 2020 ຄວາມທຸກຍາກໃນລາວຈະເພີ່ມຂຶ້ນ 1,4 ຫາ 3,1%

Published on

ການປະເມີນຄວາມທຸກຍາກ 2020 ໄດ້ມີການປະເມີນໃຫ້ຮູ້ວ່າ ຄວາມທຸກຍາກຈະເພີ່ມຂຶ້ນ 1,4 ຫາ 3,1% ໃນປີ 2020, ເມື່ອທຽບກັບ 0,6% ທີ່ຄາດວ່າຫຼຸດລົງໃຫ້ໄດ້ ຖ້າບໍ່ມີໂຄວິດ-19.

ອີງຕາມການລາຍງານຈາກ ເຟສ Lao Youth Radio FM 90.0 Mhz ໂດຍອ້າງອີງຂໍ້ມູນຈາກທັງ ສະຖາບັນສະຖິຕິແຫ່ງຊາດລາວ ແລະ ທະນາຄານໂລກ ເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນສິ່ງທ້າທາຍທີ່ໃຫຍ່ຫຼວງໃຫ້ແກ່ຄວາມພະຍາຍາມໃນການລຶບລ້າງຄວາມທຸກຍາກຢູ່ ສປປ ລາວ, ການແພ່ລະບາດຂອງພະຍາດ ໄດ້ນໍາມາເຊິ່ງປະກົດການຕໍ່ການຈ້າງງານທີ່ບໍ່ເພິງປະສົງ, ສ້າງຄວາມກົດດັນໃຫ້ແກ່ຕະຫຼາດແຮງງານທີ່ອ່ອນແອຢູ່ແລ້ວ. ໃນຂະນະດຽວກັນ, ແຮງງານທີ່ກັບມາຈາກຕ່າງປະເທດ ໂດຍສະເພາະຈາກປະເທດໄທ ໄດ້ເຮັດໃຫ້ການສົ່ງເງິນມາຈາກຕ່າງປະເທດຫຼຸດລົງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...