Homeຂ່າວຕ່າງປະເທດນາຊາເລືອກໂນເກຍໃຫ້ສ້າງເຄືອຂ່າຍມືຖືເທິງດວງຈັນ

ນາຊາເລືອກໂນເກຍໃຫ້ສ້າງເຄືອຂ່າຍມືຖືເທິງດວງຈັນ

Published on

ບໍລິສັດ ໂທລະຄົມມະນາຄົມໂນເກຍ ແຫ່ງຟິນແລນ ໄດ້ຮັບເລືອກຈາກອົງການນາຊາຂອງອາເມລິກາ ໃຫ້ສ້າງເຄືອຂ່າຍໂທລະສັບເຄື່ອນທີ່ໃນອາວະກາດເປັນຄັ້ງທຳອິດເທິງດວງຈັນ.

ເວັບໄຊຂ່າວ dailynews ລາຍງານເມື່ອວັນທີ 19 ຕຸລາ 2020 ວ່າ ການສ້າງເຄືອຂ່າຍມືຖືເທິງດວງຈັນ ເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດອາເມລິກາ (ນາຊາ).

ຄຳຖະແຫຼງການຂອງບໍລິສັດໂນເກຍໄດ້ກ່າວວ່າ ລະບົບການສື່ສານຄວາມຖີ່ແບບໄຮ້ສາຍຄັ້ງທຳອິດໃນອາວະກາດ ມັນຈະຖືກສ້າງຂຶ້ນໃນພື້ນຜິວດວງຈັນໃນທ້າຍປີ 2022 ກ່ອນທີ່ມະນຸດຈະກັບໄປຄືນດວງຈັນ.

ໂນເກຍຈະຈັບມືເປັນຫຸ້ນສ່ວນກັບບໍລິສັດອອກແບບຍານອາວະກາດເອກະຊົນໃນອາເມລິກາ ທີ່ມີຊື່ວ່າ “ອິນທູອິທິຟຊີນ” ແຫ່ງລັດເທກຊັສ ເພື່ອຂົນສົ່ງອຸປະກອນເຄືອຂ່າຍໄປທີ່ດວງຈັນ ແລະ ຫຼັງການຂົນສົ່ງ ເຄືອຂ່າຍຈະອອກແບບ ແລະ ຕິດຕັ້ງລະບົບການສື່ສານ 4G (4G LTE : Long-Term Evolution)

ຄຳຖະແຫຼງການຍັງກ່າວຕື່ມອີກວ່າ ເຄືອຂ່າຍທີ່ຕິດຕັ້ງເທິງດວງຈັນ ຈະຊ່ວຍສ້າງປະສິດທິພາບການສື່ສານທີ່ສຳຄັນຢ່າງຍິ່ງ ສຳລັບການໃຊ້ລະບົບສົ່ງຂໍ້ມູນທີ່ແຕກຕ່າງກັນຈຳນວນຫຼາຍ ລວມເຖິງລະບົບສັ່ງການ ແລະ ຄວບຄຸມ ການຄວບຄຸມຍານຫຸ່ນຍົນໃນໄລຍະໄກ ລະບົບນຳທາງແບບເວລາຈິງ ແລະ ການຖ່າຍທອດສົດວິດີໂອທີ່ມີຄວາມລະອຽດສູງ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...