spot_img
Homeຂ່າວທ້ອງຖິ່ນປີ 2020 ລາວຕ້ອງການພະລັງງານໄຟຟ້າ 9.401 ລ້ານກິໂລວັດໂມງ

ປີ 2020 ລາວຕ້ອງການພະລັງງານໄຟຟ້າ 9.401 ລ້ານກິໂລວັດໂມງ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ກະຊວງພະລັງງານ ແລະ ບໍ່ແຮ່ ຄາດຄະເນ ປີ 2020 ສປປ ລາວ ມີຄວາມຕ້ອງ ການພະລັງງານໄຟຟ້າທັງໝົດ 9.401 ລ້ານກິໂລວັດໂມງ, ຮອດປີ 2025 ມີຄວາມຕ້ອງການພະລັງ ງານໄຟຟ້າເພີ່ມຂຶ້ນເປັນ 13.621 ລ້ານກິໂລວັດໂມງ, ໂດຍມີອັດຕາການເພີ່ມຂຶ້ນສະເລ່ຍ 7,7% ຕໍ່ປີ.

ໃນນັ້ນປີ 2020 ຂະແໜງອຸດສາຫະກໍາ ກວມເອົາອັດຕາສ່ວນຫຼາຍກວ່າ 47% ແລະ ຄາດຄະເນໃນປີ 2025 ຂະແໜງອຸດສາຫະກໍາ ຈະກວມເອົາອັດຕາສ່ວນເພີ່ມຂຶ້ນ ເປັນ 52%. ພ້ອມດຽວກັນນັ້ນ, ໃນປີ 2020 ຟຟລ ຈະສາມາດສົ່ງອອກພະລັງງານໄດ້ທັງໝົດ 3.575 ລ້ານກິໂລວັດໂມງ, ຮອດປີ 2025 ຈະສາມາດສົ່ງອອກໄດ້ 6.017 ລ້ານກິໂລວັດໂມງ ແລະ ນັບແຕ່ປັດຈຸບັນ ຈົນເຖິງປີ 2030 ຈະມີເຂື່ອນໄຟຟ້າທີ່ຈະມອບຄືນໃຫ້ລັດຖະບານລາວ ກໍຄື ໂຄງການຜະລິດໄຟຟ້າຫ້ວຍເຫາະ ແລະ ເຂື່ອນອື່ນໆອີກ ໃນປີ 2035 ແລະ ປີຕໍ່ໆໄປ ທີ່ອາດຈະເຮັດໃຫ້ລາຄາໄຟຟ້າຖືກລົງ.

ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນລາຍງານບົດສັງລວມການປັບ ປຸງໂຄງສ້າງລາຄາໄຟຟ້າ ປີ 2021-2025 ໃນເວທີເສວະນາ ວັນທີ 5 ຕຸລາ 2020 ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍທ່ານໄດ້ຍົກໃຫ້ເຫັນເຖິງສະພາບການພັດທະນາ ແຫຼ່ງຜະລິດໄຟຟ້າຂອງ ສປປ ລາວ ເຊິ່ງມາຮອດປັດຈຸບັນ ສປປ ລາວ ມີແຫຼ່ງຜະລິດໄຟຟ້າທັງໝົດ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມັກກາວັດ, ສາມາດຜະລິດພະລັງ ງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ, ໃນນີ້ມີເຂື່ອນໄຟຟ້ານ້ຳຕົກ 67 ແຫ່ງ, ໂຮງໄຟຟ້າຖ່ານຖີນ 1 ແຫ່ງ, ໂຮງໄຟຟ້າຊີວະມວນ 4 ແຫ່ງ, ໂຮງໄຟຟ້າແສງຕາເວັນ 6 ແຫ່ງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...