spot_img
Homeຂ່າວທ້ອງຖິ່ນກະຊວງການເງິນແຈ້ງ "ປະມູນລົດເກົ່າ" ງວດທີ 4 ຈຳນວນ 7 ຄັນ

ກະຊວງການເງິນແຈ້ງ “ປະມູນລົດເກົ່າ” ງວດທີ 4 ຈຳນວນ 7 ຄັນ

Published on

ຫ້ອງການ,​ ກະຊວງການເງິນ ແຈ້ງມາຍັງບັນດາທ່ານຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນລົດ ງວດ 4 ຈໍານວນ 7 ຄັນ ທີ່ເຈົ້າໜ້າທີ່ໄດ້ຢືດ (ສານຍັງບໍ່ທັນຕັດສິນ) ດ້ວຍຮູບການປະມູນຂາຍແບບເປີດກວ້າງ ຫາກທ່ານໃດມີຄວາມສົນໃຈຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາເຂົ້າຊື້ຊອງປະມູນໄດ້ ທີ່ພະ ແນກ ຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ, ກົມຄຸ້ມຄອງຊັບສິນຂອງລັດ, ກະຊວງການເງິນ ແລະ ເບິ່ງລົດຕົວຈິງໄດ້ທີ່ເດີ່ນຈອດລົດ ກະຊວງການເງິນຕາມວັນ ແລະ ເວລາທີ່ກຳນົດລະອຽດ (ໂມງລັດຖະການ) ດັ່ງນີ້:
– ວັນຈັນ-ວັນສຸກ ພາກເຊົ້າ: 8:30 ໂມງ – 11:30 ໂມງ.
– ວັນຈັນ- ວັນສຸກ ພາກບ່າຍ: 13:30 ໂມງ- 16:00 ໂມງ.

ການຂາຍຊອງປະມູນແມ່ນເລີ່ມຕັ້ງແຕ່ວັນທີ 24 ສິງຫາ ຈົນຮອດວັນທີ 10 ກັນຍາ 2020 ແລະ ຈະເປີດຊ່ອງປະມູນ ວັນທີ 11 ກັນຍາ 2020 ເວລາ 9:00 ໂມງ ທີ່ຫ້ອງປະຊຸມຊັ້ນ 4 ກະຊວງການເງິນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...