spot_img
Homeຂ່າວທ້ອງຖິ່ນCP All ເປີດ 7-Eleven ໃນລາວສັນຍາ 30ປີ

CP All ເປີດ 7-Eleven ໃນລາວສັນຍາ 30ປີ

Published on

ຫຼັງຈາກທີ່ໄດ້ສິດແຟນໄຊສ໌ສຳລັບຂະຫຍາຍສາຂາທີ່ກຳປຸເຈຍຮຽບຮ້ອຍແລ້ວ ຫຼ້າສຸດ ບໍລິສັດ ຊີພີ ອໍ ຈຳກັດ (ມະຫາຊົນ) ໄດ້ແຈ້ງຕະຫຼາດຫຼັກຊັບແຫ່ງປະເທດໄທວ່າໄດ້ຮັບສິດໃນປະເທດລາວແລ້ວ.

ໃນວັນທີ 28 ສິງຫາ 2020 ເວັບໄຊ thestandard ລາຍງານວ່າ All Laos Co., Ltd. ເຊິ່ງເປັນບໍລິສັດຍ່ອຍຂອງ CP All (ຖືຫຸ້ນໃນອັດຕາສ່ວນ 99.99% ໂດຍ Albuera International Limited ເຊິ່ງເປັນບໍລິສັດຍ່ອຍທີ່ບໍລິສັດຖືຫຸ້ນ 100%) ໄດ້ເຮັດສັນຍາແຟນໄຊສ໌ຫຼັກສຳລັບດຳເນີນການຮ້ານ 7-Eleven ໃນປະເທດລາວກັບ 7-Eleven, Inc. ຮຽບຮ້ອຍແລ້ວ. ໂດຍທາງ CP All Laos Co., Ltd. ໄດ້ຮັບສິດແຟນໄຊສ໌ໃນການຈັດຕັ້ງ ແລະ ດຳເນີນການຮ້ານ 7-Eleven ໃນປະເທດລາວເປັນໄລຍະເວລາ 30ປີ ໂດຍຄູ່ສັນຍາອາດຕົກລົງຕໍ່ສັນຍາໄດ້ອີກ 2 ຄັ້ງ ຄັ້ງລະ 20 ປີ.

ທັງນີ້ CP All Laos Co., Ltd. ເປັນບໍລິສັດຍ່ອຍທີ່ຈັດຕັ້ງຂຶ້ນໃໝ່ຕາມກົດໝາຍປະເທດລາວ ເພື່ອດຳເນີນທຸລະກິດຮ້ານ 7-Eleven ຕາມສັນຍາແຟນໄຊສ໌ຫຼັກເບື້ອງຕົ້ນໃນປະເທດ ໂດຍມີທຶນຈົດທະບຽນເລີ່ມຕົ້ນທັງໝົດ 2 ໝື່ນລ້ານກີບ ຫຼື ປະມານ 2.2 ລ້ານໂດລາ ຄິດເປັນເງິນໄທປະມານ 68 ລ້ານບາດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...