Homeຂ່າວທ້ອງຖິ່ນລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ 2 ໂຄງການ

ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ 2 ໂຄງການ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອຮັດແໜ້ນການຮ່ວມມືຂອງສອງປະເທດ ໂດຍບັນລຸການລົງນາມເອກະສານແລກປ່ຽນ ໂຄງການປັບປຸງວິທະຍາໄລສ້າງຄູ ໃຫ້ແກ່ ສປປ ລາວ ມູນຄ່າ 18 ລ້ານໂດລາ ແລະ ໂຄງການຊ່ວຍເຫຼືອລົດເມ, ອາໄຫຼ່ ແລະ ອຸປະກອນສຳລັບສ້ອມແປງລົດເມ ມູນຄ່າ 4,6 ລ້ານໂດລາ.

ໃນວັນທີ 23 ສິງຫາ 2020 ທີ່ກະຊວງການຕ່າງປະເທດ, ໄດ້ມີ ພິທີພົບປະ 2 ຝ່າຍ ລະຫວ່າງ ລາວ – ຍີ່ປຸ່ນ ເຊິ່ງຝ່າຍລາວນຳໂດຍທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນ່ະ ແລະ ຝ່າຍຍີ່ປຸ່ນນຳໂດຍ ທ່ານ ໂມເຕງິ ໂທຊິມິດຊຶ ລັດຖະມົນຕີຕ່າງປະເທດຍີ່ປຸ່ນພ້ອມຄະນະ.

ພາຍຫຼັງກອງປະຊຸມພົບປະສອງຝ່າຍ ໄດ້ມີພິທີລົງນາມເອກະສານແລກປ່ຽນ 2 ໂຄງການ ຄື: 1). ໂຄງການປັບປຸງວິທະຍາໄລສ້າງຄູໃຫ້ແກ່ ສປປ ລາວ ມູນຄ່າ 1.922 ລ້ານເຢນ ຫຼື ປະມານ 18 ລ້ານໂດລາສະຫະລັດ; 2). ໂຄງການຊ່ວຍເຫຼືອລົດເມ, ອາໄຫຼ່ ແລະ ອຸປະກອນສຳລັບສ້ອມແປງລົດເມ ມູນຄ່າ 500 ລ້ານເຢນ ຫຼື ປະມານ 4,6 ລ້ານໂດລາສະຫະລັດ. ນອກຈາກນັ້ນ, ກໍໄດ້ມີພິທີມອບ-ຮັບອຸປະກອນການແພດຈຳນວນໜຶ່ງຂອງໂຄງການຊ່ວຍເຫຼືອອຸປະກອນການແພດໃຫ້ແກ່ ສປປ ລາວ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ມູນຄ່າ 1,5 ຕື້ເຢນ (13,7 ລ້ານໂດລາສະຫະລັດ).

ໃນໂອກາດດັ່ງກ່າວນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວສະ ແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງເລິກເຊິ່ງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໂດຍສະເພາະການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຕໍ່ ສປປ ລາວ, ການສົ່ງອາສາສະໝັກ ແລະ ຊ່ຽວຊານຂອງຍີ່ປຸ່ນ ມາຊ່ວຍ ເຫຼືອ ສປປ ລາວ ໃນທຸກໆປີລວມທັງການໃຫ້ການຊ່ວຍເຫຼືອລັດຖະບານລາວໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19.

ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ທ່ານລັດຖະມົນຕີຕ່າງປະເທດ ໂມເຕງິ ໂທຊິມິດຊຶ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຄໍານັບ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສຳນັກງານນາຍົກລັດຖະມົນຕີ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...