spot_img
Homeນານາສາລະຢຸດພັກທຸກ 52 ນາທີ ເພີ່ມປະສິດທິພາບການເຮັດວຽກງານໃຫ້ດີຂຶ້ນ

ຢຸດພັກທຸກ 52 ນາທີ ເພີ່ມປະສິດທິພາບການເຮັດວຽກງານໃຫ້ດີຂຶ້ນ

Published on

0ubuoq3762n7k7ueiqbd8ba8s1

ມີ​ການສຶກສາ​ຫລ້າ​ສຸດ​ທີ່​ລາຍ​ງານ​ເມື່ອ​ເດືອນ​ກັນຍາທີ່ຜ່ານມາ ພົບ​ວ່າ   ເຮົາ​ຈະ​ສາມາດ​ເຮັດວຽກ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ​ ຖ້າ​ຫາກ​ເຮົາ​ໄດ້​ພັກ​ເປັນ​ເວລາ 17 ນາ​ທີ ໃນ​ການເຮັດວຽກງານ​ທຸກ​ໆ 52 ນາ​ທີ ເຊິ່ງ​ນັກ​ວິ​ໄຈ​ໄດ້​ໃຊ້​ໂປ​ແກມ​ໃນ​ການ​ຊ່ວຍ​ຕິດ​ຕາມ​ການເຮັດວຽກງານ​ຂອງ​ຜູ້​ເຂົ້າ​ຮັບ​ວິ​ໄຈ​ໂດຍ​ພົບ​ວ່າ​ມີ 10% ຂອງ​ຜູ້​ເຂົ້າ​ຮັບ​ການ​ວິ​ໄຈ​ເຮັດວຽກ​ມີ​ປະ​ສິດ​ທິ​ພາບ​ສູງ​ຂຶ້ນ​ຫລາຍ ເມື່ອ​ໄດ້​ພັກ​ຜ່ອນ​ລະຫວ່າງ​ເຮັດວຽກ​ຕາມ​ເວລາ​ດັ່ງ​ກ່າວ

ໂດຍ​ນັກ​ວິ​ໄຈ​ໄດ້​ກ່າວ​ວ່າ ​ສະຫມອງ​ຂອງ​ຄົນ​ເຮົາ​ບໍ່​ສາມາດ​​ຄວາມ​ສົນ​ໃຈ​ໄປ​ທີ່​ສິ່ງ​ໆໜຶ່ງ​ໄດ້​ດົນ​ຕະຫລອດ 8 ຊົ່ວ​ໂມງ ແລະ​ ການ​ນັ່ງ​ຢູ່​ກັບ​ບ່ອນ​ດົນ​ເຖິງ 8 ຊົ່ວ​ໂມງ​ຕໍ່​ມື້​ ກໍ​ຍັງ​ສົ່ງ​ຜົນ​ເສຍ​ຕໍ່​ຮ່າງກາຍ​ນໍາອີກ​ ດັ່ງ​ນັ້ນ ​ຈຶ່ງ​ຄວນ​ມີ​ການ​ພັກ​ຜ່ອນ​ລະຫວ່າງ​ເຮັດວຽກ ໂດຍ​ການ​ຢູ່​ໃຫ້​ໄກ​ຈາກ​ງານ ​ແລະ ​ຄອມພິວເຕີ ໄປ​ຍ່າງ​ຫລິ້ນ ໂອ້ລົມ​ກັບ​ໝູ່​ຮ່ວມ​ງານ ຫລື​ ຈະ​ຮັບກິນຂອງ​ທີ່​ມີ​ປະໂຫຍດ ກໍ​ສາມາດ​ເປັນ​ການ​ພັກ​ຜ່ອນ​ທີ່​ດີ​ໄດ້ ແຕ່​ຖ້າ​ຫາກ​ຄິດວ່າ​ ການ​ພັກ​ເຖິງ 17 ນາ​ທີ ນັ້ນ​ເບິ່ງ​ຈະ​ດົນ​ເກີນ​ໄປ ອາດ​ສ່ຽງ​ຕໍ່​ການ​ຖືກໄລ່ອອກ ກໍ​ປ່ຽນ​ມາ​ພັກ​ເທື່ອ​ລະ 5-10 ນາ​ທີ ກໍ​ສາມາດ​ຊ່ວຍ​ໄດ້​ເຊັ່ນ​ກັນ

ເຖິງແມ່ນວ່າ ​ການ​ພັກ​ຜ່ອນ​ລະຫວ່າງ​ການເຮັດວຽກງານ​ຈະ​ເປັນ​ສິ່ງ​ທີ່​ດີ ແຕ່​ກໍ​ຄວນ​ຈະ​ໃຊ້​ເວລາ​ພັກ​ຜ່ອນ​ໃຫ້​ເໝາະ​ສົມ ເພາະ​ຖ້າ​ຫາກ​ພັກ​ດົນ​ເກີນ​ໄປ​ກໍ​ອາດຈະ​ກາຍ​ເປັນ​ຂີ້ຄ້ານ ແຖມ​ຍັງ​ເບິ່ງ​ບໍ່​ດີ​ໃນ​ສາຍ​ຕາ​ຫົວໜ້ານໍາ​ອີກ​

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...