spot_img
Homeຂ່າວທ້ອງຖິ່ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງຈະສໍາເລັດທ້າຍປີນີ້

ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງຈະສໍາເລັດທ້າຍປີນີ້

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ແຈ້ງໃຫ້ຮູ້ວ່າ: ການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ, ໄລຍະທີ 1 ມີຄວາມຍາວປະມານ 109 ກິໂລແມັດ (ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ), ມາຮອດປັດຈຸບັນການກໍ່ສ້າງໄດ້ສໍາເລັດໄປແລ້ວປະມານ 80%. ເສັ້ນທາງດັ່ງກ່າວມີ 4 ຊ່ອງລົດແລ່ນ, ອຸໂມງ 1 ແຫ່ງ ຍາວ 875 ແມັດ, ຂົວ 45 ແຫ່ງ ຍາວປະມານ 2.400 ແມັດ ຊຶ່ງມີ ມູນຄ່າລົງທຶນປະມານ 1,3 ຕື້ໂດລາສະຫະລັດ, ຈະສໍາເລັດໃນທ້າຍປີ 2020 ນີ້ ຫຼັງຈາກເລີ່ມການກໍ່ສ້າງມາແຕ່ ປີ 2018.

ບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ລວມມີທັງໝົດ 65 ບ້ານ, 4 ເມືອງ (40 ບ້ານ ຢູ່ເມືອງໂພນໂຮງ, ເມືອງຫິນເຫີບ ແລະ ເມືອງວັງວຽງ ແຂວງວຽງຈັນ ແລະ 25 ບ້ານ ຢູ່ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ). ເສັ້ນທາງດັ່ງກ່າວ ຈະມີການກໍ່ສ້າງວົງວຽນເຊື່ອມຕໍ່ຂຶ້ນ-ລົງທັງໝົດ 7 ຈຸດ ຄື: ຈຸດບ້ານນາຊອນ, ບ້ານບົວ, ບ້ານສະກ້າ, ໂພນໂຮງ, ຫີນເຫີບ, ທ່າເຮືອ ແລະ ວັງວຽງ.

ໂຄງການກໍ່ສ້າງທາງດ່ວນດັ່ງກ່າວແມ່ນແບ່ງອອກເປັນ 4 ໄລຍະຄື: ໄລະຍະທີ 1 ແມ່ນແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ, ໄລຍະທີ 2 ແຕ່ເມືອງວັງວຽງ ຫາ ແຂວງຫຼວງພະບາງ, ໄລຍະທີ 3 ແຕ່ຫຼວງພະບາງ ຫາ ແຂວງອຸດົມໄຊ ແລະ ໄລຍະທີ 4 ແຕ່ແຂວງອຸດົມໄຊຫາດ່ານສາກົນບໍ່ເຕັນ-ບໍ່ຫານ ແຂວງຫຼວງນໍ້າທາ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...