ປະເທດໄທອາດຖືກອາເມລິກາຂຶ້ນບັນຊີດຳໃນເລື່ອງປັ່ນຄ່າເງິນຕາຕ່າງປະເທດ

ເວບໄຊຂ່າວ posttoday ລາຍງານວ່າ ທະນາຄານເພື່ອການລົງທຶນຂ້າມຊາດ UBS ຂອງສະວິດເຊີແລນເປີດເຜີຍວ່າ ໄທ ແລະ ໄຕ້ຫວັນອາດຖືກກະຊວງການເງິນອາເມລິກາລົງບັນຊີດຳປະເທດທີ່ຕ້ອງເຝົ້າລະວັງເລື່ອງການແຊກແຊງອັດຕາການແລກປ່ຽນເງິນຕາຕ່າງປະເທດ ເພື່ອໃຫ້ໄດ້ປຽບໃນການສົ່ງອອກສິນຄ້າມາທີ່ອາເມລິກາ.

ກະຊວງການເງິນຂອງສະຫະລັດອາເມລິກາຈະຂຶ້ນບັນຊີດຳປະເທດທີ່ຕ້ອງເຝົ້າລະວັງຫາກເຂົ້າໃນເກນທີ່ກຳນົດໄວ້ 2 ໃນ 3 ຂໍ້ ຄື: 1. ໄດ້ປຽບດຸນການຄ້າກັບອາເມລິກາຕັ້ງແຕ່ 20,000 ລ້ານໂດລາ, 2. ແຊກແຊງຄ່າເງິນຕໍ່ເນື່ອງເກີນ 6 ເດືອນ ໃນຮອບ 1 ປີຍ້ອນຫຼັງ ແລະ ເຂົ້າຊື້ເງິນໂດລາເກີນ 2% ຂອງຈີດີພີຂອງປະເທດ, 3. ເກີນດຸນບັນຊີເດີນສະພັດຫຼາຍກວ່າ 2% ຂອງຈີດີພີ.

UBS ລະບຸວ່າ ປະເທດໄທເຂົ້າເກນທີ່ກຳນົດໄວ້ທັງ 3 ຂໍ້ ຄືກັບໄຕ້ຫວັນ ທີ່ຫາກໍ່ຫຼຸດອອກຈາກບັນຊີດຳໃນປີ 2017 ແຕ່ທັງສອງປະເທດຍັງບໍ່ຖືກຂຶ້ນບັນຊີດຳໃນອາເມລິກາ ຈາກການເປີດເຜີຍຂໍ້ມູນຄັ້ງຫຼ້າສຸດເມື່ອເດືອນ ມັງກອນທີ່ຜ່ານມາ.

ທາງດ້ານ ທ່ານ ວິຣະໄຊ ສັນຕິປະພົບ ຜູ້ວ່າການທະນາຄານແຫ່ງປະເທດໄທເປີດເຜີຍວ່າ ບໍ່ກັງວົນກ່ຽວກັບລາຍງານນີ້ ເນື່ອງຈາກທາງລັດຖະບານໄທໄດ້ຊີ້ແຈງນະໂຍບາຍການຊື້ເງິນໂດລາກັບກະຊວງການເງິນອາເມລິກາແລ້ວ.

 

ຮຽບຮຽງຂ່າວ: ພຸດສະດີ