Homeຂ່າວທ້ອງຖິ່ນຝູງຕັກແຕນທຳລາຍເນື້ອທີ່ກະສິກຳແຂວງຜົ້ງສາລີເສຍຫາຍກວ່າ 4 ເຮັກຕ້າ

ຝູງຕັກແຕນທຳລາຍເນື້ອທີ່ກະສິກຳແຂວງຜົ້ງສາລີເສຍຫາຍກວ່າ 4 ເຮັກຕ້າ

Published on

ໜັງສືພິມວຽງຈັນໃໝ່ ລາຍງານວ່າ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ໃໝ່ ແຂວງ ຜົ້ງສາລີ ແຈ້ງໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນ ມິຖຸນາ 2020 ນີ້, ໄດ້ມີຝູງຕັກກະແຕນໄມ້ປ່ອງ ລະບາດທໍາລາຍເຂົ້າໄຮ່ ແລະ ພຶດກະສິກໍາອື່ນໆ ຂອງປະຊາຊົນຢູ່ບ້ານ ເພຍລໍໃໝ່ ເມືອງໃໝ່ ແຂວງ ຜົ້ງສາລີ, ຖຶກເສຍຫາຍຫຼາຍກວ່າ 4 ເຮັກຕາ ທີ່ເປັນເນື້ອທີ່ເຂົ້າໄຮ່ ແລະ ເນື້ອທີ່ປູກພຶດຂອງປະຊາຊົນຈຳນວນ 20 ຄອບຄົວ.

ປະຈຸບັນນີ້, ທາງອໍານາດການປົກຄອງເມືອງ ໂດຍສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໃໝ່ ໄດ້ລົງຕິດຕາມຜົນເສຍຫາຍ ແລະ ໄດ້ແຈກຢາຍຢາພົ່ນສີດເພື່ອປ້ອງກັນຝຸງຕັກກະແຕນດັ່ງກ່າວໃຫ້ພໍ່ແມ່ປະຊາຊົນ ຈໍານວນ 1.000 ຖົງ, 1 ຖົງໃສ່ນໍ້າໄດ້ 20 ລິດ.

ໃນທຸກໆປີ, ພໍຮອດລະດູຝົນ ຈະມີຝູງຕັກກະແຕນໄມ້ປ່ອງອອກມາທໍາລາຍພືດຜັກຂອງປະຊາຊົນຢູ່ເຂດພາກເໜືອ, ໂດຍສະເພາະແມ່ນຢູ່ແຂວງ ຜົ້ງສາລີ, ຫົວພັນ, ຫຼວງພະບາງ ແລະ ຫຼວງນໍ້າທາ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...