spot_img
Homeຂ່າວທ້ອງຖິ່ນປີ 2030 ພົນລະເມືອງລາວຈະໄດ້ໃຊ້ການບໍລິການຂອງລະບົບການຈົດທະບຽນ ແລະ ສະຖິຕິຢ່າງທົ່ວເຖິງ

ປີ 2030 ພົນລະເມືອງລາວຈະໄດ້ໃຊ້ການບໍລິການຂອງລະບົບການຈົດທະບຽນ ແລະ ສະຖິຕິຢ່າງທົ່ວເຖິງ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ໃນວັນທີ 16 ມິຖຸນາ 2020 ທີ່ກະຊວງພາຍໃນໄດ້ຈັດກອງປະຊຸມກວດກາໜ້າວຽກຄັ້ງທີ 3 ໜຶ່ງສ່ວນຮ້ອຍ ຂອງໂຄງການພັດທະນາ ລະບົບຖານຂໍ້ມູນ ຄຸ້ມຄອງພົນລະເມືອງ ເອເລັກໂຕຣນິກ ຈຸດປະສົງ ກໍເພື່ອສັງລວມຮັກສາປັບປຸງ ແລະ ຊອກຂໍ້ມູນກ່ຽວກັບການຈົດທະບຽນພົນລະເມືອງ ແລະ ສາມາດເຊື່ອມຕໍ່ກັບຂໍ້ມູນຂອງຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອປ້ອນຂໍ້ມູນ ແລະ ແລກປ່ຽນຂໍ້ມູນ. ພ້ອມກັນນັ້ນ, ກໍເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງນຳໃຊ້ເຂົ້າໃນການກຳນົດນະໂຍບາຍວາງແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ.

ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ກ່າວວ່າ: ຂະແໜງການພາຍໃນ ແມ່ນໜຶ່ງໃນບັນດາຂະແໜງການ ທີ່ມີຄວາມຮັບຜິດຊອບ ໃນການຄຸ້ມຄອງພົນລະເມືອງ ໂດຍສະເພາະການຈົດທະບຽນການເກີດຈົດທະບຽນການເສຍຊີວິດ, ຈົດທະບຽນການແຕ່ງດອງຈົດທະບຽນການຫຍ່າຮ້າງຈົດທະບຽນການປ່ຽນຊື່ ຫລື ນາມສະກຸນຈົດທະບຽນການປ່ຽນສັນຊາດ ແລະ ຈົດທະບຽນການ ຍົກຍ້າຍຂອງພົນລະເມືອງ, ວຽກງານຄຸ້ມຄອງພົນລະເມືອງ ກໍເປັນວຽກງານໜຶ່ງທີ່ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ເປັນບັນຫາສຳຄັນ.

ມະຕິກອງປະຊຸມໃຫຍ່ຄັ້ງທີ X ໄດ້ວາງວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາ ເສດຖະກິດ-ສັງຄົມສຳລັບ ປີ 2016-2025 ກ່ຽວກັບພົນລະເມືອງໄວ້ວ່າ: ຮອດປີ 2030 ສິດທິຂອງພົນລະເມືອງ ມີການຮັບປະກັນວ່າດ້ວຍການຄຸ້ມຄອງລັດ ຕາມກົດໝາຍທີ່ສັກສິດຮອດປີ 2025 ພົນລະເມືອງລາວ ໃນເກນອາຍຸໄດ້ຮັບການສຶກສາພື້ນຖານຂັ້ນມັດທະຍົມຕົ້ນປະຊາຊົນໄດ້ຮັບການບໍລິການ ດ້ານສາທາລະນະສຸກ ທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ມີອາຍຸຍືນສະເລ່ຍສູງກວ່າ 73 ປີພົນລະເມືອງໄດ້ເຂົ້າຮ່ວມລະບົບການປົກປ້ອງທາງສັງຄົມຢ່າງກວ້າງຂວາງກຳລັງແຮງງານໄດ້ຮັບການພັດທະນາ ທັງດ້ານປະລິມານ ແລະ ຄຸນນະພາບ. ພ້ອມກັນນີ້ເພື່ອບັນລຸວິໄສທັດຕາມ ທີ່ໄດ້ກຳນົດໄວ້ ໃນຍຸດທະສາດວຽກງານ ການຈົດທະບຽນ ແລະ ສະຖິຕິຂອງພົນ ລະເມືອງ 2016-2025 ທີ່ວ່າ: ຮອດປີ 2030 ພົນລະເມືອງລາວທຸກຄົນ ຈະໄດ້ຊົມໃຊ້ການບໍລິການ ຂອງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ ຢ່າງທົ່ວເຖິງ ແລະ ມີປະສິດທິພາບ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...