spot_img
Homeຂ່າວຕ່າງປະເທດປັກກິ່ງຍົກລະດັບເຕືອນໄພເຂົ້າສູ່ລະດັບ 2 ຫຼັງໂຄວິດ-19 ລະບາດຮອບສອງ

ປັກກິ່ງຍົກລະດັບເຕືອນໄພເຂົ້າສູ່ລະດັບ 2 ຫຼັງໂຄວິດ-19 ລະບາດຮອບສອງ

Published on

ເວັບໄຊ sanook ລາຍງານວ່າ ນະຄອນປັກກິ່ງປະກາດຍົກລະດັບເຕືອນໄພສຸກເສີນເພື່ອຮັບມືກັບການແຜ່ລະບາດຂອງໄວຣັສໂຄວິດ-19 ຈາກລະດັບ 3 ເຂົ້າສູ່ລະດັບ 2 ພ້ອມທັງປະກາດວ່າປະຊາຊົນທຸກຄົນທີ່ຈະເດີນທາງອອກຈາກປັກກິ່ງຈະຕ້ອງໄດ້ຮັບການກວດເຊື້ອໂຄວິດກ່ອນ ຫຼັງຈາກພົບຜູ້ຕິດເຊື້ອລາຍໃໝ່ເພີ່ມຂຶ້ນ ແລະ ແຜ່ລະບາດໄປທີ່ມົນທົນໃກ້ຄຽງ.

ນອກຈາກນີ້, ທາງເທດສະບານນະຄອນປັກກິ່ງໄດ້ສັ່ງປິດໂຮງຮຽນທຸກແຫ່ງ ແລະ ຍັງສັ່ງໃຫ້ລົດແທັກຊີ ແລະ ບໍລິການຮຽກລົດໂດຍສານຂັບຢູ່ແຕ່ພາຍໃນຕົວເມືອງ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຫຼັງພົບຜູ້ຕິດເຊື້ອແບບກຸ່ມກ້ອນເມື່ອບໍ່ເທົ່າໃດມື້ທີ່ຜ່ານມາ.

ທັງນີ້, ຄະນະກຳມະການສຸຂະພາບເທດສະບານນະຄອນປັກກິ່ງລາຍງານວ່າ ຕັ້ງແຕ່ວັນທີ 11-15 ມິຖຸນາ ປັກກິ່ງໄດ້ກວດພົບຜູ້ປ່ວຍຕິດເຊື້ອໂຄວິດ-19 ໃນປະເທດເພີ່ມ 106 ຄົນ ໂດຍຜູ້ຕິດເຊື້ອກຸ່ມນີ້ມີຄວາມເຊື່ອມໂຍງກັບຕະຫຼາດຊິນຟານຕີ້ ເຊິ່ງເປັນຕະຫຼາດຂາຍສົ່ງຜັກ, ໝາກໄມ້ ແລະ ເນື້ອສັດທີ່ມີຂະໜາດໃຫຍ່ທີ່ສຸດໃນເຂດເຟິງໄຖ ຂອງປັກກິ່ງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...