spot_img
Homeຂ່າວທ້ອງຖິ່ນທາງ​ດ່ວນນະຄອນຫຼວງວຽງ​ຈັນ-ວັງ​ວຽງ ຈະເປີດນໍາໃຊ້ບໍລິການໃນທ້າຍປີນີ້

ທາງ​ດ່ວນນະຄອນຫຼວງວຽງ​ຈັນ-ວັງ​ວຽງ ຈະເປີດນໍາໃຊ້ບໍລິການໃນທ້າຍປີນີ້

Published on

ໜັງສືພິມວຽງຈັນທາມ ລາຍງານເມື່ອວັນທີ 15 ມິຖຸນາ ນີ້ວ່າ ໂຄງການກໍ່​ສ້າງ​ທາງ​ດ່ວນ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ຮອດປັດຈຸບັນນີ້ແມ່ນສໍາເລັດຫຼາຍກວ່າ 70% ແລ້ວ, ຫຼັງຈາກໄດ້ເລີ່ມລົງມືກໍ່ສ້າງມາແຕ່ກາງເດືອນພະຈິກ 2018  ຊຶ່ງຄາດວ່າເສັ້ນທາງດັ່ງກ່າວຈະເປີດນໍາໃຊ້ ຢ່າງເປັນທາງການ ໃນທ້າຍປີນີ້ ຄື ມື້ສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ 2020.

ໂຄງການກໍ່ສ້າງທາງດ່ວນ ດັ່ງກ່າວ ມີຄວາມຍາວທັງໝົດປະມານ 109.12 ກິໂລແມັດ, ກວ້າງ 23 ແມັດ ເປັນເສັ້ນທາງຄູ່ຂະໜານ ນັບແຕ່ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍຜ່ານ ເມືອງໂພນໂຮງ, ຫີນເຫີບ ແລະ ເມືອງວັງວຽງ ແຂວງວຽງຈັນ. ເສັ້ນທາງດັ່ງກ່າວ ເປັນການລົງທຶນຂອງນັກທຸລະກິດຈີນ, ສໍາປະທານທັງໝົດ 50 ປີ, ມີມູນຄ່າການກໍ່ສ້າງທັງໝົດ 1.2 ຕື້ ໂດລາສະຫະລັດ, ໃນນີ້ລັດຖະບານລາວຖືຫຸ້ນນໍາ 5%.

ທາງດ່ວນວຽງຈັນ-ວັງວຽງ ຖືກອອກແບບໃຫ້ມີວົງວຽນຈຸດເຊື່ອມຕໍ່ເຂົ້າ-ອອກ 7 ຈຸດ, ມີອຸໂມງ 1 ແຫ່ງ (ເຂດພູພະນັງ), ມີຂົວຂ້າມທາງທັງໝົດ 31 ແຫ່ງ ໃນນີ້ມີຂົວຂ້າມທາງ 13 ເໜືອ 3 ຈຸດ, ຂ້າມທາງລົດໄຟ 4 ຈຸດ ແລະ ຂ້າມທາງເຂົ້າບ້ານທົ່ວໄປ 23 ຈຸດ.

ປະຈຸບັນ, ໄດ້ສໍາເລັດການປູຢາງໝາກຕອຍ ຊັ້ນທໍາອິດ ສໍາເລັດແລ້ວ ຫຼາຍກ່ວາ 50 ກິໂລແມັດ ແລະ ການເຈາະອຸໂມງ ເຂດພູພະ ກໍ່ໄດ້ສໍາເລັດສົມບູນແລ້ວ ໂດຍວຽກທີ່ເລັ່ງໃສ່ໃນປັດຈຸບັນແມ່ນການຕິດຕັ້ງລະບົບໄຟຟ້າ ຕາມເສັ້ນທາງ ແລະ ໃນອຸໂມງ. ໂຄງການເສັ້ນທາງດ່ວນ ວຽງຈັນ–ວັງວຽງ ໃນເບື້ອງຕົ້ນ, ຄາດວ່າ ຈະສໍາເລັດໃນທ້າຍປີ 2021 ແຕ່ ໃນຕົວຈິງ ແມ່ນຈະສ້າງສໍາເລັດ ໃນປີ 2020.  ຫຼັງຈາກເປີດການນໍາໃຊ້, ລາຄາການບໍລິການຈະແມ່ນ 550 ກີບຕໍ່ກິໂລແມັດ ຫຼື ລວມທັງໝົດ 62,000 ກີບ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...