ເມືອງວັງວຽງ ກຽມໃຊ້ມາດຕະການຫ້າມເປີດເພງສຽງດັງແຮງຢູ່ສະຖານທີ່ທ່ອງທ່ຽວ

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ອໍານາດການປົກຄອງ ເມືອງວັງວຽງ ກຽມໃຊ້ມາດຕະການຫ້າມເປີດເພງສຽງດັງແຮງ ຢູ່ຕາມສະຖານທີ່ທ່ອງທ່ຽວຕ່າງໆພາຍໃນເມືອງວັງວຽງ ຊຶ່ງການຫ້າມດັ່ງກ່າວຈະເລີ່ມປະຕິບັດໃນໄວໆນີ້.

ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງໄດ້ກ່າວຕໍ່ທີມງານວຽງຈັນທາຍໃນບໍ່ດົນມານີ້ ກ່ຽວກັບການຈະໃຊ້ມາດຕະການຫ້າມເປີດເພງສຽງດັງວ່າ ຮອດປັດຈຸບັນນີ້ໄດ້ມີການແຈ້ງການໄປຫາຜູ້ສໍາປະທານແຫຼ່ງທ່ອງທ່ຽວຕ່າງໆໃຫ້ຮັບຮູ້ແດ່ແລ້ວວ່າຈະມີມາດຕະການຫ້າມເປີດເພງສຽງດັງເກີນເຫດ ເພາະມັນເປັນການລົບກວນນັກທ່ອງທ່ຽວບາງກຸ່ມໂດຍສະເພາະນັກທ່ອງທ່ຽວຕ່າງປະເທດ ຍ້ອນວ່າເຂົາມາທ່ຽວຊົມທໍາມະຊາດ ພວກເຂົາຢາກໄດ້ຍິນແຕ່ສຽງນົກສຽງກາ, ສຽງລົມພັດປ່າໄມ້ ແລະ ສຽງນໍ້າໄຫຼ. ຖ້າຫາກຫ້າມເປີດເພງໝົດເລີຍແມ່ນເປັນໄປບໍ່ໄດ້ ເພາະບາງກຸ່ມໂດຍສະເພາະນັກທ່ອງທ່ຽວທີ່ເປັນຄົນລາວແມ່ນຈະມັກຫິ້ວລໍາໂພງໄປນໍາເພື່ອການຊຸມແຊວ ຈຶ່ງບໍ່ສາມາດຫ້າມໝົດໄດ້ ຢ້ານວ່າມັນຈະສົ່ງຜົນກະທົບເຖິງຜູ້ປະກອບການ ຊຶ່ງຄາດວ່າການຫ້າມເປີດເພງສຽງດັງແຮງເກີນເຫດນີ້ຈະເລີ່ມປະຕິບັດໃນໄວໄໆນີ້.

ທ່ານ ບຸນຈັນ ໄດ້ຕອບວ່າ: ທຸກໆສະຖານທີ່ທ່ອງທ່ຽວຢູ່ພາຍໃນເມືອງວັງວຽງ ແມ່ນມີມາດຕະການຕ້ານພະຍາດໂຄວິດ-19 ທຸກບ່ອນ ໂດຍມີເຈວລ້າງມື ຫຼື ເຫຼົ້າເກົ້າສີບ ໄວ້ບໍລິການໃຫ້ນັກທ່ອງທ່ຽວ ແຕ່ວ່າມື້ນັ້ນ ຄື ວັນທີ 1 ມິຖຸນາ ມີນັກທ່ອງທ່ຽວມາຫຼາຍແບບບໍ່ຄາດຄິດ ຈຶ່ງເຮັດໃຫ້ຜູ້ປະກອບການດ້ານການທ່ອງທ່ຽວກຽມໂຕບໍ່ທັນ ຈຶ່ງບໍ່ສາມາດປະຕິບັດມາດຕະການຕ້ານພະຍາດດັ່ງກ່າວໄດ້ ຈຶ່ງໄດ້ເຮັດໃຫ້ເກີດມີສຽງວິພາກວິຈານຄືແນວນັ້ນ. ນອກຈາກນີ້ ທາງເມືອງໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອລົງຕິດຕາມກວດກາລາຄາອາຫານ, ເຄື່ອງດື່ມ ຢູ່ຕາມສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆ ເພື່ອໃຫ້ເຂົ້າສູ່ລະບົບ, ມີລາຄາທີ່ຍຸດຕິທໍາ ທັງນີ້ກໍ່ເພື່ອບໍ່ໃຫ້ມີຫາງສຽງຈົມວ່າຈາກສັງຄົມ ແລະ ເປັນການດຶງດູດນັກທ່ອງທ່ຽວໃຫ້ກັບມາທ່ຽວເມືອງວັງວຽງ ຢ່າງຄຶກຄື້ນຄືໄລຍະທີ່ຜ່ານມາ.