spot_img
Homeຂ່າວທ້ອງຖິ່ນພາກໃຕ້ຂອງຈີນນໍ້າຖ້ວມໜັກ! ປະຊາຊົນກວ່າ 2 ລ້ານຄົນ ໄດ້ຮັບຜົນກະທົບ

ພາກໃຕ້ຂອງຈີນນໍ້າຖ້ວມໜັກ! ປະຊາຊົນກວ່າ 2 ລ້ານຄົນ ໄດ້ຮັບຜົນກະທົບ

Published on

ເວັບໄຊ sanook ລາຍງານວ່າ ເມື່ອວັນທີ 10 ມິຖຸນາ ທີ່ຜ່ານມາ ກະຊວງການຈັດການເຫດສຸກເສີນຂອງຈີນ ລະບຸວ່າເຫດການນໍ້າຖ້ວມເນື່ອງມາຈາກຝົນຕົກໜັກໃນບໍລິເວນທາງພາກໃຕ້ຂອງປະເທດສົ່ງຜົນກະທົບຕໍ່ປະຊາຊົນປະມານ 2.63 ລ້ານຄົນໃນລະດັບມົນທົນ 11 ແຫ່ງ.

ຝົນຕົກໜັກໃນຄັ້ງນີ້ເຮັດໃຫ້ປະຊາຊົນປະມານ 228,000 ຄົນ ຈຳເປັນຕ້ອງຍົກຍ້າຍຖິ່ນຖານ ແລະ ມັນໄດ້ທຳລາຍບ້ານເຮືອນແລ້ວກວ່າ 1,300 ຫຼັງ ພ້ອມຍັງເຮັດໃຫ້ເກີດຄວາມເສຍຫາຍທາງເສດຖະກິດໂດຍກົງກວ່າ 4 ພັນລ້ານຢວນ ເຊິ່ງນັບຕັ້ງແຕ່ວັນທີ 2 ມິຖຸນາທີ່ຜ່ານມາພາຍຸຝົນໄດ້ແຜ່ປົກຄຸມຫຼາຍພື້ນທີ່ທາງພາກໃຕ້ຂອງຈີນ ສົ່ງຜົນໃຫ້ປະລິມານນໍ້າຝົນສະສົມຢູ່ທີ່ 100-300 ມິນລີແມັດໃນບາງພື້ນທີ່.

ນອກຈາກນີ້,​ ພາຍຸຝົນຍັງເຮັດໃຫ້ລະດັບນໍ້າໃນແມ່ນໍ້າກວ່າ 110 ສາຍໃນພາກພື້ນລະດັບມົນທົນ 8 ແຫ່ງເພີ່ມສູງຂຶ້ນສູງກວ່າລະດັບເຕືອນໄພແລ້ວ ແລະ ມີປະຊາຊົນກວ່າ 1 ລ້ານຄົນໃນເຂດປົກຄອງຕົນເອງກວ່າງຊີຈ້ວງທາງພາກໃຕ້ໄດ້ຮັບຜົນກະທົບ ມີລາຍງານຜູ້ເສຍຊີວິດ 6 ຄົນ ແລະ ສູນຫາຍ 1 ຄົນ. ສ່ວນໃນມົນທົນຫູໜານມີລາຍງານຜູ້ເສຍຊີວິດ 7 ຄົນ, ສູນຫາຍ 1 ຄົນ ທາງດ້ານໜ່ວຍງານທ້ອງຖິ່ນໄດ້ຮຽກຮ້ອງໃຫ້ປະຊາຊົນມີການກຽມພ້ອມເພີ່ມເຕີມເພື່ອຮັບມືກັບສະພາບຝົນຕົກໜັກ ແລະ ໄພພິບັດທາງທຳມະຊາດທີ່ອາດຈະເກີດຂຶ້ນໃນຮອບໃໝ່.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...