Homeຂ່າວທ້ອງຖິ່ນອະນຸສາວະລີນັກບິນທະຫານອະດີດສະຫະພາບໂຊວຽດຢູ່ລາວ ຈະຖືກສ້າງຂຶ້ນທີ່ແຂວງຊຽງຂວາງ

ອະນຸສາວະລີນັກບິນທະຫານອະດີດສະຫະພາບໂຊວຽດຢູ່ລາວ ຈະຖືກສ້າງຂຶ້ນທີ່ແຂວງຊຽງຂວາງ

Published on

ອີງຕາມການລາຍງານຂ່າວຈາກ ໜັງສືພິມເສດຖະກິດ-ການຄ້າ ໃຫ້ຮູ້ວ່າ ດ້ວຍສາຍພົວພັນການຮ່ວມມື ຂອງ ສປປ ລາວ ແລະ ອະດີດສະຫະພາບໂຊວຽດ (ຣັດເຊຍໃນປະຈຸບັນ) ໂຄງການ ກໍ່ສ້າງອານຸສາວະລີນັກບິນທະຫານຂອງອະດີດສະຫະພາບໂຊວຽດຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ ໂດຍໃຫ້ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການ ຄົບວົງຈອນ SCS ເປັນຜູ້ຮັບເໝົາກໍ່ສ້າງໃຫ້ສຳເລັດຕາມແຜນການ, ເຊິ່ງກຳນົດເວລາການກໍ່ ສ້າງ 5 ເດືອນ ນັບແຕ່ວັນເຊັນສັນຍາເປັນຕົ້ນໄປ, ລວມມູນຄ່າໃນການກໍ່ສ້າງທັງໝົດ 7 ຕື້ກວ່າກີບ, ເຊິ່ງເປັນງົບປະມານຂອງກະຊວງປ້ອງກັນປະເທດ.

ໃນວັນທີ 5 ມິຖຸນາ 2020 ທີ່ຜ່ານມາ, ກະຊວງປ້ອງກັນປະເທດ ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງ ອານຸສາວະລີນັກບິນທະຫານ ຂອງອະດີດສະຫະພາບໂຊວຽດທີ່ໄດ້ເສຍຊີວິດໃນການປະຕິບັດ ພັນທະສາກົນຢູ່ ສປປ ລາວ ລະຫວ່າງກົມໃຫຍ່ການເມືອງກອງ ທັບປະຊາຊົນລາວ ໃນນາມເຈົ້າ ຂອງໂຄງການ ແລະ ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງ ຈອນ SCS ໃນນາມຜູ້ຮັບເໝົາກໍ່ສ້າງ.

ຕາງໜ້າກົມໃຫຍ່ ການເມືອງກອງທັບຮ່ວມລົງນາມ ໂດຍ ທ່ານ ພົນຕີ ສອນທອງ ພົມລາວົງ ກໍາມະການ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຕາງໜ້າຜູ້ຮັບເໝົາກໍ່ສ້າງໂດຍ ແມ່ນ ທ່ານ ສົມພັດ ສຸພັດທອນ ປະທານບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS, ໂດຍຊ້ອງໜ້າທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນພິທີທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ເອົາໃຈໃສ່ຕິດຕາມກວດກາການປະຕິບັດບັນດາໜ້າວຽກຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ດຳເນີນໄປທັນກັບເວລາ ແລະ ຮັບປະກັນໃຫ້ມີຄຸນນະພາບ ເພື່ອເປັນຂອງຂວັນໃນມື້ສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 70 ປີ ຢ່າງໜ້າ ສັນລະເສີນອີກດ້ວຍ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...