spot_img
Homeຂ່າວທ້ອງຖິ່ນໂຮງຮຽນພາກລັດຫຼາຍແຫ່ງຍັງບໍ່ສາມາດປະຕິບັດຕາມມາດຕະການ ການປ້ອງກັນໂຄວິດ-19

ໂຮງຮຽນພາກລັດຫຼາຍແຫ່ງຍັງບໍ່ສາມາດປະຕິບັດຕາມມາດຕະການ ການປ້ອງກັນໂຄວິດ-19

Published on

ອີງຕາມການລາຍງານຂອງ ໜັງສືພິມວຽງຈັນທາມ ໃຫ້ຮູ້ວ່າ ບັນດາໂຮງຮຽນປະຖົມ ແລະ ມັດທະຍົມພາກລັດສ່ວນຫຼາຍບໍ່ສາມາດປະຕິບັດຕາມມາດຕະການ ເພື່ອປ້ອງກັນພະຍາດໂຄວິດ-19 ໄດ້, ເພາະວ່າຍັງຂາດອຸປະກອນປ້ອງກັນເຊັ່ນ: ເຄື່ອງວັດແທກອຸນ ຫະພູມ, ເຈວລ້າງມື ແລະ ຜ້າປິດປາກ-ດັງ.

ທ່ານ ປອ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດມື້ວານນີ້ວ່າ ກະຊວງໄດ້ຮັບການລາຍງານບັນຫາດັ່ງກ່າວຈາກພະແນກສຶກສາທິການ ແລະ ກິລາ ແຕ່ລະແຂວງ ລວມທັງນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ຜູ້ຮັບ ຜິດຊອບໄດ້ລົງໄປສຳ ຫຼວດບັນດາໂຮງຮຽນທີ່ເປີດຮຽນຄືນແຕ່ວັນທີ 18 ພຶດສະພາ 2020 ສໍາລັບນັກ ຮຽນຊັ້ນປະຖົມ ປີທີ 5 ແລະ ນັກຮຽນຊັ້ນມັດທະຍົມປີທີ 4 ແລະ ປີທີ 7, ຂະນະທີ່ລົງໄປສັງເກດການແຕ່ລະ ໂຮງ ຮຽນ ເຫັນວ່າໂຮງຮຽນຫຼາຍແຫ່ງ ໂດຍສະເພາະໂຮງຮຽນລັດ, ນັກຮຽນບໍ່ໄດ້ຮັບການກວດອຸນຫະພູມ ກ່ອນເຂົ້າຮຽນຍ້ອນບໍ່ມີເຄື່ອງວັດແທກອຸນຫະພູມ, ນັກຮຽນໄດ້ລ້າງມື້ໃສ່ສະບູ່ ແຕ່ບໍ່ມີ ເຈວລ້າງມື ຫຼື ນໍ້າຢາຂ້າເຊື້ອ ແລະ ນັກຮຽນບາງຄົນບໍ່ມີຜ້າປິດປາກຍ້ອນໂຮງຮຽນບໍ່ມີໃຫ້.

ພາຍຫຼັງທີ່ລັດຖະບານອອກແຈ້ງການໃຫ້ເປີດຮຽນຄືນ, ທາງກະຊວງໄດ້ເຄີຍສະເໜີຕໍ່ຄະນະສະເພາະກິດເລື່ອງສະໜອງອຸປະກອນປ້ອງກັນເຊັ່ນ: ສະບູ, ເຈວລ້າງມື, ຜ້າປິດປາກ, ເຄື່ອງວັດ ແທກອຸນຫະພູມ ແລະ ສ້າງອ່າງລ້າງມືໃຫ້ໂຮຽຮຽນທົ່ວປະເທດ, ຮອດປະຈຸບັນກະຊວງຍັງລໍຖ້າການສະໜອງເຄື່ອງດັ່ງກ່າວຈາກຄະນະສະເພາະກິດຢູ່.

ທ່ານ ຣັດຕະນະໄຊ ຍັງກ່າວຕື່ມອີກວ່າ ຄະນະສະເພາະກິດໄດ້ແນະນໍາໃຫ້ກະຊວງສຶກສາທິການ ແລະ ກິລາ ຂຶ້ນແຜນງົບປະມານການຈັດຊື້ອຸປະກອນທີ່ໂຮງຮຽນຕ້ອງການ ແລະ ສະເໜີຕໍ່ຄະ ນະສະເພາະກິດເພື່ອສະໜອງອຸປະກອນໃຫ້ໂຮຽຮຽນເພື່ອໃຫ້ ສືບຕໍ່ປະຕິ ບັດຕາມມາດຕະການທີ່ວາງອອກ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...