spot_img
Homeຂ່າວທ້ອງຖິ່ນອັດຕາການປົກຫຸ້ມປ່າໄມ້ຢູ່ລາວຈະບໍ່ບັນລຸ 70% ໃນປີ 2020 ຕາມທີ່ລັດຄາດໝາຍໄວ້

ອັດຕາການປົກຫຸ້ມປ່າໄມ້ຢູ່ລາວຈະບໍ່ບັນລຸ 70% ໃນປີ 2020 ຕາມທີ່ລັດຄາດໝາຍໄວ້

Published on

ສຳນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ແຈ້ງໃຫ້ຮູ້ວ່າ: ການປະເມີນອັດຕາການປົກຫຸ້ມຂອງປ່າໄມ້ຢູ່ລາວ ແມ່ນປະເມີນທຸກ 5 ປີ, ເຊິ່ງການປະເມີນຄັ້ງຫຼ້າສຸດ ຈັດຂຶ້ນໃນປີ 2015 ຜ່ານມາ ເຫັນວ່າອັດຕາການປົກຫຸ້ມຂອງປ່າໄມ້ຢູ່ລາວໃນເວລານັ້ນກວມ 58% ຂອງເນື້ອທີ່ທົ່ວປະເທດ, ສ່ວນການປະເມີນໃນປີ 2020 ປັດຈຸບັນພວມເລັ່ງດໍາເນີນຢູ່ ໂດຍຈະໃຫ້ສໍາເລັດໃນອີກບໍ່ດົນນີ້ ແລະ ຄາດວ່າອັດຕາການປົກຫຸ້ມຂອງປ່າໄມ້ໃນລາວ ຈະຢູ່ທີ່ກ່ວາ 60% ເທົ່ານັ້ນ ແຕ່ຈະບໍ່ບັນລຸ 70% ຕາມທີ່ລັດຖະບານໄດ້ວາງຄາດໝາຍເອົາໄວ້.

ສ່ວນສາເຫດທີ່ເຮັດໃຫ້ອັດຕາການປົກຫຸ້ມຂອງປ່າໄມ້ໃນລາວ ບໍ່ບັນລຸຕາມຄາດໝາຍທີ່ລັດຖະບານວາງໄວ້ນັ້ນ ມີສອງສາເຫດສໍາຄັນຄື: ສາເຫດທາງດ້ານພາວະວິໄສ ຍ້ອນຄວາມຈໍາເປັນທາງດ້ານການພັດທະນາເສດຖະກິດ-ສັງຄົມ ແລະ ການລຶບລ້າງຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ມີຄວາມຈໍາເປັນຕ້ອງບຸກເບີກເນື້ອທີ່ປ່າໄມ້ ແລະ ຫັນປ່ຽນທີ່ດິນປ່າໄມ້ສ່ວນໜຶ່ງ ໄປເປັນດິນປະເພດອື່ນ ເພື່ອພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ ກໍ່ສ້າງເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່ ແລະ ອື່ນໆ.

ນອກຈາກນີ້, ປະຊາຊົນຜູ້ທຸກຍາກທີ່ອາໄສຢູ່ໃນເຂດຊົນນະບົດ ມີຄວາມຈໍາເປັນຕ້ອງສືບຕໍ່ບຸກເບີກເນື້ອທີ່ປ່າໄມ້ ເພື່ອຜະລິດກະສິກໍາເປັນສິນຄ້າ ກໍຄື ການທໍາມາຫາກິນປະຈໍາວັນເພື່ອຄວາມຢູ່ລອດ. ສ່ວນສາເຫດທາງດ້ານອັດຕະວິໄສ ເກີດຈາກຄວາມຂາດສະຕິ ແລະ ເຫັນແກ່ໂຕຂອງບາງກຸ່ມຄົນ ທີ່ໄດ້ລັກລອບຕັດໄມ້ ແລະ ຄ້າຂາຍໄມ້ຜິດກົດໝາຍ ແບບມີການຈັດຕັ້ງເປັນລະບົບເຊື່ອມໂຍງກັນ ຍ້ອນຄວາມຕ້ອງການໄມ້ຢູ່ຕະຫຼາດນອກປະເທດຍັງມີສູງ ຂະນະທີ່ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວ ຂ້ອງກັບປ່າໄມ້ ລວມເຖິງການຈັດຕັ້ງປະຕິບັດລະບົບ ແລະ ກົນໄກການຄຸ້ມຄອງປ່າໄມ້ຍັງບໍ່ສາມາດປະຕິບັດໄດ້ຢ່າງທົ່ວເຖິງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...