spot_img
Homeຂ່າວທ້ອງຖິ່ນໄຂ້ຍຸງລາຍລະບາດໜັກໃນລາວ ໄລຍະ 9 ວັນ ມີຜູ້ປ່ວຍເພີ່ມຂຶ້ນ 149 ຄົນ

ໄຂ້ຍຸງລາຍລະບາດໜັກໃນລາວ ໄລຍະ 9 ວັນ ມີຜູ້ປ່ວຍເພີ່ມຂຶ້ນ 149 ຄົນ

Published on

ສຳນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:ປັດຈຸບັນ ເຊື້ອພະຍາດໄຂ້ຍຸງລາຍ ພວມແຜ່ລະບາດເປັນວົງກວ້າງໃນທົ່ວປະເທດ ພຽງແຕ່ 9 ມື້ (12-21/05/2020) ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເພີ່ມຂຶ້ນ 149 ກໍລະນີ; ນັບແຕ່ວັນທີ 28 ທັນວາ 2019-11 ພຶດສະພາ 2020 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 1.069 ກໍລະນີ, ເສຍຊີວິດ 2 ຄົນ ແລະ ມາຮອດວັນທີ 20 ພຶດສະພາ 2020 ນີ້ ມີຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ 1.263 ກໍລະນີ.

ສູນຂ່າວສານການແພດສຸຂະສຶກສາ ໃຫ້ຮູ້ຕື່ມວ່າ: ສະເພາະນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼາຍກວ່າໝູ່ 334 ກໍລະນີ, ເສຍຊີວິດແລ້ວ 1 ຄົນ, ຮອງລົງມາແມ່ນແຂວງ ອັດຕະປື 188 ກໍລະນີ, ແຂວງວຽງຈັນ 173 ກໍລະນີ, ຄຳມ່ວນ 95 ກໍລະນີ, ບໍລິຄຳໄຊ 98 ກໍລະນີ, ສະຫວັນນະເຂດ 85 ກໍລະນີ, ສາລະວັນ 77 ກໍລະນີ, ໄຊຍະບູລີ 76 ກໍລະນີ ເສຍຊີວິດແລ້ວ 1 ຄົນ, ເຊກອງ 43 ກໍລະນີ, ຫຼວງນໍ້າທາ 29 ກໍລະນີ, ອຸດົມໄຊ 24 ກໍລະນີ, ໄຊສົມບູນ 14 ກໍລະນີ, ຫຼວງພະບາງ 11 ກໍລະນີ, ຈຳປາສັກ 7 ກໍລະນີ, ຜົ້ງສາລີ 5 ກໍລະນີ, ບໍ່ແກ້ວ 4 ກໍລະນີ. ສໍາລັບ ແຂວງຊຽງຂວາງ ແລະ ຫົວພັນ ແມ່ນຍັງບໍ່ພົບກໍລະນີຜູ້ຕິດເຊື້ອໄຂ້ຍຸງລາຍ.

ເພື່ອເປັນການປ້ອງກັນພະຍາດໄຂ້ຍຸງລາຍ ບໍ່ໃຫ້ມີການແຜ່ລາມໄປເປັນວົງກວ້າງ ແລະ ບໍ່ໃຫ້ມີກໍລະນີໃໝ່ນັ້ນ ກະຊວງສາທາລະນະສຸກ ຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ປະຊາຊົນທຸກຄົນ ຈົ່ງພ້ອມກັນສຸມໃສ່ເພີ່ມທະວີການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍ ໂດຍສະເພາະ ໃຫ້ເປັນເຈົ້າການໃນປ້ອງກັນບໍ່ໃຫ້ຍຸງລາຍກັດ ໄປຄຽງຄູ່ກັບການປະຕິ ບັດຫຼັກການ 5 ປ ເປັນປະຈຳ ທັງມີການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ “ບໍ່ມີໜອນນໍ້າ ກໍຈະບໍ່ມີຍຸງລາຍ”.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...