Homeຂ່າວທ້ອງຖິ່ນການຂົນສົ່ງໂດຍສານພາຍໃນປະເທດເປີດບໍລິການແລ້ວ ສ່ວນລົດສາຍຕ່າງປະເທດຍັງປິດບໍລິການ

ການຂົນສົ່ງໂດຍສານພາຍໃນປະເທດເປີດບໍລິການແລ້ວ ສ່ວນລົດສາຍຕ່າງປະເທດຍັງປິດບໍລິການ

Published on

ລັດຖະບານ ໄດ້ອອກມາດຕະການຜ່ອນຜັນ 9 ຂໍ້ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ ໂດຍອະນຸຍາດໃຫ້ເປີດການຂົນສົ່ງໂດຍສານພາຍໃນປະເທດຄືນໃໝ່ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ. ສ່ວນດ່ານຍັງສືບຕໍ່ປິດ ແລະ  ສືບຕໍ່ໂຈະການອອກວີຊ່າທຸກປະເພດໃຫ້ບຸກຄົນທົ່ວໄປທີ່ເດີນທາງມາຈາກ ຫຼື ຜ່ານປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ-19 ໂດຍເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 18 ພຶດສະພາ ເຖິງ 31 ມິຖຸນາ 2020.

ອີງຕາມການລາຍງານຈາກ ສະຖານີຂົນສົ່ງໂດຍສານສາຍໃຕ້ ໃຫ້ຮູ້ວ່າ ວັນທີ 18 ພຶດສະພາ 2020 ຈະເລີ່ມເປີດບໍລິການນັບເເຕ່ 4:00 ເຊົ້າ ເປັນຕົ້ນໄປ . ສໍາລັບບັນດາສະມາຊິກລົດຕ່າງເເຂວງທີ່ຂື້ນມາເເຕ່ພາກໃຕ້ໃນວັນທີ 17 ພຶດສະພາ ກໍ່ສາມາດເຂົ້າໃຊ້ບໍລິການ ເເລະ ຈອດລໍຖ້າໃນສະຖານີໄດ້ເລີຍ. ສ່ວນລົດສາຍຕ່າງປະເທດ ສສ ຫວຽດນາມ ເເມ່ນຍັງປິດບໍລິການໄປຕື່ມ ເນື່ອງຈາກຊາຍເເດນເເຕ່ລະເເຫ່ງເເມ່ນຍັງປິດຢູ່.

ນອກນີ້, ສະຖານີຂົນສົ່ງໂດຍສານສາຍໃຕ້ ຍັງໄດ້ຮຽກຮ້ອງເຖິງຜູ້ໂດຍສານທີ່ຈະເຂົ້າມາໃຊ້ ບໍລິການສະຖານີ ໃຫ້ປະຕິບັດຕາມມາດຕະການດັ່ງນີ້:
1: ຕ້ອງໃສ່ຜ້າປິດປາກກ່ອນເຂົ້າສະຖານີ
2: ຮັກສາໄລຍະຫ່າງເວລາຕໍ່ຄິວຊື້ປີ້ ຫລື ນັ່ງລໍຖ້າຕາມຈຸດຕ່າງໆ
3: ມີໄຂ້ ບໍ່ສາມາດເດີນທາງໄດ້ ເພາະມີການກວດອຸນຫະພູມກ່ອນເຂົ້າອາຄານສະຖານີ
4: ໝັ່ນລ້າງມືດ້ວຍເຈວ ຫຼື ສະບູ່ ເຊີ່ງທາງສະຖານີມີບໍລິການໃຫ້ຟຣີ

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...