spot_img
Homeຂ່າວຕ່າງປະເທດອາເມລິກາກຽມສົ່ງ "ຢາເຣມເດຊີເວຍ" ຮັກສາໂຄວິດ-19 ພາຍໃນປະເທດໃນອາທິດນີ້

ອາເມລິກາກຽມສົ່ງ “ຢາເຣມເດຊີເວຍ” ຮັກສາໂຄວິດ-19 ພາຍໃນປະເທດໃນອາທິດນີ້

Published on

ທ່ານ ເດນຽວ ໂອ ເດຍ ປະທານ ແລະ ຜູ້ບໍລິຫານຂອງບໍລິສັດ Gilead Sciences ຜູ້ຜະລິດຢາເຣມເດຊີເວຍ ທີ່ມີສັບພະຄຸນໃນການໃຊ້ຮັກສາໂຣກໂຄວິດ-19 ໄດ້ກ່າວວ່າ ລັດຖະບານອາເມລິກາຈະເລີ່ມສົ່ງ ຢາເຣມເດຊີເວຍ ສຳລັບຮັກສາໂຣກໂຄວິດ-19 ໃນອາທິດນີ້ ແລະ ຈະຕັດສິນໃຈວ່າຈະສົ່ງໄປເຂດໃດໃນອາເມລິກາ ໂດຍເນັ້ນໃສ່ເມືອງທີ່ມີຄວາມສ່ຽງ ແລະ ເປັນພື້ນທີ່ທີ່ມີຜູ້ປ່ວຍຈຳເປັນຕ້ອງໄດ້ຮັບຢາຫຼາຍທີ່ສຸດ.

ດ້ານອົງການອາຫານ ແລະ ຢາ ຂອງອາເມລິກາ ຫຼື FDA ກຳນົດໃຫ້ມີການໃຊ້ຢາເຣມເດຊີເວຍໃນກໍລະນີສຸກເສີນສຳລັບຜູ້ປ່ວຍທີ່ມີອາການໜັກ ເຂົ້າຮັກສາຕົວໃນຫ້ອງ ICU ທັງໃນອາເມລິກາ ແລະ ປະເທດອື່ນໆ ເຊິ່ງລັດຖະບານອາເມລິກາຈະເປັນຜູ້ຕັດສິນຕໍ່ໄປ.

ຈາກການຖະແຫຼງຂ່າວ ເມື່ອວັນສຸກທີ່ຜ່ານມາ ບໍລິສັດ Gilead Sciences ຕັ້ງເປົ້າໝາຍໃນການຜະລິດຢາຢ່າງໜ້ອຍໃຫ້ໄດ້ 500,000 ຂວດ ພາຍໃນເດືອນຕຸລານີ້ ແລະ ຈະເພີ່ມຈຳນວນເປັນ 1 ລ້ານຂວດ ພາຍໃນເດືອນທັນວາ ເຖິງແມ່ນວ່າຜົນການທົດສອບທາງຄລີນິກຂອງຢາຍັງບໍ່ມີຜົນທາງສະຖິຕິຢືນຢັນວ່າມີຜູ້ປ່ວຍເສຍຊີວິດຈາກການໃຊ້ຢານີ້ ຫຼື ບໍ່.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: www.sanook.com

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...