spot_img
Homeຊີວິດແລະຄວາມຮັກຂອບໃຈບຸກຄົນ 10 ປະເພດນີ້ ທີ່ຜ່ານເຂົ້າມາໃນຊີວິດ

ຂອບໃຈບຸກຄົນ 10 ປະເພດນີ້ ທີ່ຜ່ານເຂົ້າມາໃນຊີວິດ

Published on

1319356306legendnewsnet1

 

 

  1. ຂອບໃຈຜູ້ໃຫ້ກຳເນີດແລະລ້ຽງດູ: ເພິ່ນເປັນຜູ້ມອບຊີວິດໃຫ້ແກ່ເຮົາ ໃຊ້ຄວາມຮັກແລະຢາດເຫື່ອແຮງງານລູກດູເບິ່ງແຍງເຮົາມາຈົນເຕີບໃຫຍ່ ຕໍ່ໃຫ້ຟ້າດິນສະຫຼາຍເພິ່ນທັງສອງກໍຈະຍັງຄົງຢືນຢູ່ຄຽງຂ້າງທ່ານ ເປັນກຳລັງໃຈໃຫ້ທ່ານສູ້ຕໍ່.
  2. ຂອບໃຈລູກທັງຍິງແລະຊາຍ: ເຂົາເຮັດໃຫ້ເຮົາຮູ້ວ່າ ຮັກອັນຍິ່່ງໃຍ່ຄືຮັກໃນອ້ອມກອດຂອງພໍ່ແລະແມ່ ຄວາມສຸກອັນຍິ່ງໃຫຍ່ຄືຄວາມສຸກທີ່ໄດ້ເຫັນລູກໆ ເຕີບໃຫຍ່ຂຶ້ນ ທຸກວັນ ເຖິງແມ່ນຈະພົບມໍລະສຸມລົມຝົນກະໜ່ຳຈັ່ງໃດກໍເປັນສຸກໃຈ.
  3. ຂອງໃຈພີ່ນ້ອງ: ພວກເຂົາເຮັດໃຫ້ເຮົາຮູ້ວ່າເລືອດຂຸ້ນກວ່ານ້ຳນັ້ນເປັນຈັ່ງໃດ ຄວາມຜູກພັນລະຫວ່າງພີ່ນ້ອງປຽບດັ່ງເມກແລະພະຈັນເທິງທ້ອງຟ້າ ແມ່ນຈະບໍ່ປາກົດໃຫ້ເຫັນໃນທຸກໆ ມື້ ແຕ່ທ່ານກໍຮູ້ວ່າມັນຍັງຄົງດຳລົງຢູ່.
  4. ຂອບໃຈຄົນທີ່ຮັກທ່ານດ້ວຍຄວາມຈິງໃຈຄົນນັ້ນ: ເຂົາມອບຄວາມຮັກໃຫ້ໂດຍບໍ່ຈົ່ມວ່າ ຄວາມຫ່ວງໃຍຂອງເຂົາເຮັດໃຫ້ເຮົາມີທີ່ເພິ່ງແມ່ນຈະພຽງຊົ່ວຄາວ ແຕ່ເມື່ອຍາມທີ່ທ່ານເງິຍໜ້າເບິ່ງ ທ່ານກໍຮູ້ວ່າໂລກນີ້ຍັງຄົງມີແສງສະຫວ່າງແລະອົບອຸ່ນຢູ່ໃນບາງເວລາ.
  5. ຂອບໃຈຄົນທີ່ເຮົາເຄີຍຮັກ: ຄົນທີ່ເຮົາເຄີຍມອບທຸກສິ່ງທຸກຢ່າງໃຫ້ ໂດຍບໍ່ຄຳນຶງເຖິງໂຕເອງ ເຂົາເຮັດໃຫ້ເຮົາຮູ້ວ່າຮັກຄືຫຍັງ? ເຂົາເຮັດໃຫ້ເຮົາສຳຜັດໄດ້ກັບຄຳວ່າ ລໍຄອຍແລະຜິດຫວັງ ເຮັດໃຫ້ເຮົາຮູ້ວ່າບຸບເພສັນນິວາດໃນໂລກນີ້ຄືທັດສະນີຍະພາບ ແມ່ນຈະບໍ່ງົດງາມ ຫວາດຫວັງໄດ້ ແຕ່ມັນອາດຈະບໍ່ເປັນຈິງສະເໝີໄປ.
  6. ຂອບໃຈຄົນທີ່ຄອຍແນະນຳເຮົາຍາມທີ່ພົບກັບອຸປະສັກ: ຄຳເວົ້າຂອງເຂົາແມ່ນຈະງ່າຍໆ ແຕ່ເຮັດໃຫ້ຄວາມທຸກ ແລະຄວາມຫຼົງຜິດຂອງເຮົາຫຼຸດໜ້ອຍຖອຍລົງໄປຫຼາຍ.
  7. ຂອບໃຈເພື່ອນຜູ້ຮູ້ໃຈ: ເພື່ອນເຮັດໃຫ້ເຮົາຍິ້ມທັງນ້ຳຕາ ແມ່ນວ່າບາງເທື່ອຈະຄັນແຂ້ວໃສ່ ແຕ່ຄວາມຜູກພັນກໍບໍ່ເຄີຍເສື່ອມຄາຍ ສຸກເສົ້າ ເພື່ອນຄືອີກຄົນໜຶ່ງທີ່ຄອຍຢືນຢູ່ຄຽງຂ້າງທ່ານ.
  8. ຂອບໃຈຄົນທີ່ຜ່ານເຂົ້າມາໃນຊີວິດເຮົາເຖິງແມ່ນຈະພຽງພິບຕາດຽວ: ເຖິງແມ່ນວ່າພຽງແຕ່ຜ່ານຕາ ແຕ່ພວກເຂົາກໍເປັນສ່ວນໜຶ່ງຂອງສີສັນທີ່່ບໍ່ອາດຈະລືມເລືອດໄດ້ໃນຊີວິດເຮົາ.
  9. ຂອບໃຈຄົນທີ່ເຄີຍທຳຮ້າຍແລະທໍລະຍົດຕໍ່ເຮົາ: ພວກເຂົາເຮັດໃຫ້ເຮົາຕາສະຫວ່າງວ່າໂລກໜ່ວຍນີ້ບໍ່ໄດ້ມີແຕ່ດ້ານສະຫວ່າງແລະດ້ານບວກ ເໝືອນດັ່ງດວງຕາເວັນທີ່ບໍ່ອາດຈະສ່ອງແສງສຫວ່າງໄດ້ໃນທຸກເວລາ.
  10. ຂອບໃຈຄົນທີ່ຈັບມືຍ່າງຄຽງຄູ່ໄປກັບເຮົາຕະຫຼອດຊີວິດ: ເພາະເຂົາຄອຍຄຽງຂ້າງດັ່ງເງົາຕາມໂຕບໍ່ເຮັດໃຫ້ທຸກວັນຂອງເຮົາໂດດດ່ຽວ ຫຼືອ້າງວ້າງອີກຕໍ່ໄປ ຄອຍຮ່ວມທຸກຮ່ວມສຸກ ຄຳວ່າຊີວິດແຂງແກ່ນຂຶ້ນ ແລະສົມບູນຫຼາຍຍິ່ງຂຶ້ນເພາະເຂົາຄົນນີ້.

ຂອບໃຈທຸກຄົນ ທຸກສິ່ງ ທຸກສະຖານະການ ທີ່ຜ່ານເຂົ້າມາໃນຊີວິດ ທັງໝົດນັ້ນລ້ວນແຕ່ເປັນປະສົບການ ເປັນທຸກສິ່ງທີ່ເຮັດໃຫ້ຊີວິດມີຶຄວາມສົມບູນຂຶ້ນ ເພາະຖ້າຫາກຂາດທຸກສິ່ງທຸກຢ່າງ ທຸກບັນຫາແລ້ວ ຄົນເຮົາກໍປຽບເໝືອນໝາກປູມເປົ້າທີ່່ຄ່ອຍປິວຂຶ້້ນສູ່ທ້ອງຟ້າໂດຍບໍ່ມີຈຸດໝາຍປາຍທາງແລະຄຸນຄ່າໃດໆ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...