spot_img
Homeຂ່າວຕ່າງປະເທດສັ່ງເອງຝ່າຝືນເອງ! 2 ຜູ້ກຳອານາດລັດມາເລເຊຍຖືກຈັບຫຼັງຝ່າຝືນມາດຕະການຄວບຄຸມໂຄວິດ-19

ສັ່ງເອງຝ່າຝືນເອງ! 2 ຜູ້ກຳອານາດລັດມາເລເຊຍຖືກຈັບຫຼັງຝ່າຝືນມາດຕະການຄວບຄຸມໂຄວິດ-19

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 28 ເມສາ 2020 ວ່າ ກໍລະນີຜູ້ກຳອຳນາດລັດ ອອກກົດເອງ ແຕ່ກໍ່ຝ່າຝືນກົດເອງ ສານມາເລເຊຍໄດ້ປັນໄໝ ທ່ານ ນູອັຊມີ ກາຊາລີ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ຣາຊມານ ຊາຄາເຣຍ ຜູ້ບໍລິຫານ ອົງກອນເອັນຈີໂອ ໃນລັດເປຣັກ ເປັນເງິນ 1.000 ຣິງກິດ ຫຼັງຈາກທັງສອງຮັບສາລະພາບວ່າໄດ້ກະທຳການຝ່າຝືນຄຳສັ່ງຄວບຄຸມການເຄື່ອນໄຫວຂອງມາເລເຊຍ ໜຶ່ງໃນມາດຕະການຕໍ່ສູ້ກັບການລະບາດໂຄວິດ-19 ໃນປະເທດ.

ຫຼັກຖານທີ່ນຳໄປສູ່ການຈັບກຸມທັງ 13 ຄົນ ມາຈາກຮູບຖ່າຍທີ່ໂພສລົງເຟສບຸກຂອງພວກເຂົາ ໃນຂະນະທີ່ຮ່ວມກັນຮັບປະທານອາຫານໃນໂຮງຮຽນສອນສາດສະໜາອິສລາມໃນເມືອງ ເລ້ງກົງ ເມື່ອວັນທີ 18 ເມສາທີ່ຜ່ານມາ.

ຫຼັງຈາກເກີດກະແສຈາກສັງຄົມວິຈານຢ່າງໜັກວ່າເປັນເຈົ້າໜ້າທີ່ລັດແຕ່ກັບຝ່າຝືນຄຳສັ່ງຂອງລັດເອງ ທີ່ອອກກົດຫ້າມລວມຕົວກັນໃນທີ່ສາທາລະນະ ຈົນຮອດການຫ້າມເດີນທາງໄປສະຖານທີ່ຕ່າງໆທັງໃນປະເທດ ແລະ ຕ່າງປະເທດ ເຊິ່ງກົດດັ່ງກ່າວ ມາເລເຊຍໄ້ບັຄັບໃຊ້ຕັ້ງແຕ່ວັນທີ 18 ມີນາທີ່ຜ່ານມາ ເຊິ່ງຕາມການລາຍງານ ປັດຈຸບັນມີປະຊາຊົນມາເລເຊຍຝ່າຝືນຄຳສັ່ງ ແລະ ຖືກຈັບຫຸມດຳເນີນຄະດີແລ້ວຫຼາຍກວ່າ 21,000ຄົນ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: www.sanook.com

 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...