spot_img
Homeຂ່າວຕ່າງປະເທດອາຊຽນອາດກາຍເປັນສູນກາງການລະບາດຫຼັງພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຢ່າງໄວວາ

ອາຊຽນອາດກາຍເປັນສູນກາງການລະບາດຫຼັງພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຢ່າງໄວວາ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ຜູ້ຊ່ຽວຊານເຕືອນວ່າ ກຸ່ມປະເທດສະມາຊິກອາຊຽນອາດກາຍເປັນສູນກາງການແຜ່ລະບາດຂອງໂຄວິດ-19 ຫຼັງຈາກພົບວ່າມີຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນໄວວາໃນໄລຍະຫຼາຍອາທິດທີ່ຜ່ານມາ.

ປັດຈຸບັນ, ອາຊຽນພົບຜູ້ຕິດເຊື້ອໂຄວິດ-19 ຫຼາຍກວ່າ 28,000 ຄົນ ໂດຍປະເທດ ສິງກະໂປ, ອິນໂດເນເຊຍ ແລະ ມາເລເຊຍ ມີຈຳນວນຜູ້ຕິດເຊື້ອລວມກັນສະເລ່ຍ 87,9% ຂອງຈຳນວນຜູ້ຕິດເຊື້ອທັງໝົດໃນອາຊຽນ.

ເຖິງແມ່ນວ່າຈຳນວນຜູ້ຕິດເຊື້ອໃນອາຊຽນຕົວເລກຍັງຕໍ່າກວ່າໃນ ອາເມລິກາ ແລະ ເອີຣົບ ທີ່ມີຈຳນວນຜູ້ຕິດເຊື້ອຫຼາຍແສນຄົນ ແຕ່ຜົນການສຶກສາໄດ້ຊີ້ໃຫ້ເຫັນວ່າ ຈຳນວນຜູ້ຕິດເຊື້ອໃນອາຊຽນອາດຈະຫຼາຍກວ່າທີ່ມີການລາຍງານຫຼາຍໝື່ນຄົນ ເນື່ອງຈາກຫຼາຍປະເທດເຊັ່ນ: ອິນໂດເນເຊຍ ແລະ ຟິລິບປິນ ມີອັດຕາການກວດຫາຜູ້ຕິດເຊື້ອໃນລະດັບຕໍ່າ.

ທາງດ້ານສິງກະໂປເປີດເຜີຍວ່າ ຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ໃນສິງກະໂປມີຈຳນວນ 1,426 ຄົນ ພຽງເວລາ 24 ຊົ່ວໂມງທີ່ຜ່ານມາ ເຊິ່ງເປັນຈຳນວນຜູ້ຕິດເຊື້ອສູງໃນປະຫວັດສາດ ສົ່ງຜົນໃຫ້ປັດຈຸບັນ ສິງກະໂປມີຜູ້ຕິດເຊື້ອໂຄວິດ-19 ສະສົມລວມທັງໝົດ 8,014 ຄົນ ເຮັດໃຫ້ກາຍເປັນປະເທດທີ່ມີຜູ້ຕິດເຊື້ອສູງສຸດອັນດັບ 1 ໃນອາຊຽນ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...