spot_img
Homeຂ່າວຕ່າງປະເທດ​ໝາ​ເຮັດໃຫ້​​ຮູ້​ວ່າ​ເປັນ​ມະ​ເຮັງ​ເຕົ້າ​ນົມ

​ໝາ​ເຮັດໃຫ້​​ຮູ້​ວ່າ​ເປັນ​ມະ​ເຮັງ​ເຕົ້າ​ນົມ

Published on

184804

ດ້ວຍ​ຄວາມ​ທີ່​ໃນ​ຄອບຄົວ ບໍ່​ເຄີຍ​ມີ​ໃຜປ່ວຍ ​ເປັນ​ພະຍາດ​ມະ​ເລັງ ອັນ​ລິ​ສັນ ພາວ​ເວນລ໌ ແມ່​ລູກ​ໜຶ່ງ ຊາວ​ເມືອງ​ພອດສະມັດ ປະເທດ​ອັງ​ກິດ ຈຶ່ງ​ບໍ່​ເຄີຍ​ຄິດ​ຈະ​ໄປ​ກວດ​ຫາ​ມະ​ເຮັງ​ເຕົ້າ​ນົມ​ເລີຍ​ຈັກ​ເທື່ອ ເຖິງວ່າ​ອາ​ຍຸ​ກ້າວເຂົ້າ 48 ປີ

ແຕ່​ເພາະ “ມິດ​ຊີ່” ໝາ​ພັນ​ລາບ​ລາ​ດໍ ເພດ ແມ່ອາຍຸ 4 ປີ​ທີ່​ນາງ​ລ້ຽງ​ໄວ້​ແທ້​ໆ ທີ່​ເຮັດໃຫ້​ນາງຕັດ​ສິນ​ໃຈ​ໄປ​ໂຮງໝໍ ແລະ ​ກວດ​ພົບ​ວ່າ​ນາງ​ເປັນ​ມະ​ເຮັງ​ເຕົ້າ​ນົມໄ​ລ​ຍະ​ເລີ່ມ​ຕົ້ນ ເມື່ອ​ແພດ​ກວດ​ພົບ​ກ້ອນ​ຊີ້ນ​ຮ້າຍ​ທີ່​ເຕົ້າ​ນົມ​ຂ້າງ​ຊ້າຍ

ເຫດການ ນີ້​ເກີດ​ຂຶ້ນ​ຕັ້ງ​ແຕ່​ຕົ້ນ​ປີ 2013 ແລະ​ ນາງໄດ້ຮັບ​ການ​ປິ່ນປົວ​ທີ່​ໂຮງໝໍ​ຄວີນ ອະ​ເຫລັກ​ຊານດຣາ ໂດຍ​ແພດ​ໄດ້​ຜ່າ​ຕັດ​ເຕົ້າ​ນົມ​ນາງ​ອອກ​ທັງ​ສອງ​ຂ້າງ​ໄປ​ເມື່ອ​ເດືອນ​ທັນວາ​ປີ​ທີ່​ແລ້ວ ກ່ອນ​ນາງ​ຈະ​ມາ​ຖ່າຍ​ທອດ​ເລື່ອງ​ລາວ​ຂອງ​ນາງ​ໃນ​ປື້ມ ເດິ ມິເລ ໃນ​ປາຍ​ເດືອນ​ກັນຍາ​ທີ່​ຜ່ານມາ

ຍິງ ແມ່​ລູກ​ໜຶ່ງ​ຊຶ່ງ​ໃຊ້​ຊີວິດ​ຢູ່​ຕາມ​ລຳ​ພັງ​ກັບ​ໝາ 2 ຕົວ​ໃນ​ເຮືອນ ເລົ່າ​ວ່າ ນາງ​ເລີ່ມ​ສັງເກດ​ເຫັນ ມິດ​ຊີ່ ມີ​ພຶດຕິກຳ​ແປກໆ ຕັ້ງ​ແຕ່​ເດືອ​ນມັງກອນ ປີ 2013 ໂດຍ​ ມິດ​ຊີ່​ ມັກ​ເຂົ້າ​ມາ​ໃຊ້​ດັງ​ຕຸຕຸ​ທີ່​ເຕົ້າ​ນົມ​ຂ້າງ​ຊ້າຍ​ຂອງ​ນາງ ແລະ ​ມັກ​ໃຊ້​ຕີນ​ເຂ່ຍ​ທີ່​ເຕົ້າ​ນົມ​ຊ້າຍ​ຂອງ​ນາງ​ເລື້ອຍໆ ຈົນ​ນາງ​ຮູ້ສຶກ​ລຳ​ຄານ ແລະ​ ເມື່ອ​ຜ່ານ​ໄປ​ຫລາຍ​ເດືອນ ມິດ​ຊີ່​ ກໍ​ຍັງມີ​ພຶດຕິກຳ​ເຊັ່ນ​ນັ້ນ​ຢູ່ ນາງ​ຈຶ່ງ​ຄິດ​ແປກ​ໃຈ​ວ່າ ຫລື​ມິດ​ຊີ່​ອາດ​ປ່ວຍ ຫລື​ ມີ​ຫຍັງ​ຜິດ​ປົກກະຕິ ​ຫລື​ບໍ່ ນາງ​ຈຶ່ງ​ພາ​ມິດ​ຊີ່​ໄປ​ຫາ​ສັດ​ວະ​ແພດ ແຕ່​ກໍ​ໄດ້ຮັບ​ຄຳ​ຕອບ​ຈາກ​ໝໍ​ວ່າ ໝາ​ນາງ​ບໍ່​ໄດ້​ປ່ວຍ​ ແລະ ​ປົກກະຕິ​ດີ​ທຸກ​ຢ່າງ

ຫລັງ ຈາກ​ນັ້ນ​ເມື່ອ​ກັບ​ມາ​ເຮືອນ ນາງກໍ​ສັງເກດ​ເຫັນ​ວ່າ ນອກ​ຈາກ​ມິດ​ຊີ່​ຈະ​ຍັງມີ​ພຶດຕິກຳ​ມັກ​ໃຊ້​ດັງ​ຕຸເຕົ້ານົມນາງ​ ແລະ ​ໃຊ້​ຕີນ​ເຂ່ຍ​ທີ່​ເຕົ້າ​ນົມ​ຊ້າຍ​ຂອງນາງ​ ມິດ​ຊີ່​ຍັງມີ​ອາການ​ຫງອຍໆ ເສົ້າ​ໆ ຈົນ​ນາງ​ຮູ້ສຶກ​ແປກໆ

“ນັ້ນ ແຫລະ ຂ້ອຍ​ຈຶ່ງ​ເລີ່ມ​ຮູ້ສຶກ​ແປກໃຈ​ຂຶ້ນ​ມາ​ວ່າ ຫລື​ ມິດ​ຊີ່​ຕ້ອງ​ການ​ຈະ​ບອກ​ຫຍັງ​ຂ້ອຍ… ຂ້ອຍ​ຈຶ່ງ​ຕັດ​ສິນ​ໃຈ​ລອງ​ໄປ​ກວດ​ມະ​ເຮັງ​ເຕົ້າ​ນົມ​ທີ່ໂຮງໝໍ ແລ້ວ​ໝໍ​ກໍ​ກວດ​ພົບ​ກ້ອນ​ຊີ້ນ ທີ່​ເຕົ້າ​ນົມ​ຂ້າງ​ຊ້າຍ”

“ໂຊກ ດີ​ທີ່​ຂ້ອຍ​ກວດ​ພົບ​ມະ​ເຮັງ​ຕັ້ງ​ແຕ່​ລະ​ຍະ​ເລີ່ມ​ຕົ້ນ ແຕ່​ໝໍ​ກໍ​ຍັງ​ພົບ​ກ້ອນ​ຊີ້ນອີກ​ກ້ອນ ມິດ​ຊີ່​ເຕືອນ​ຂ້ອຍ​ໃຫ້​ຮູ້​ຕົວ​ໄດ້​ທັນ​ເວລາ ຂ້ອຍ​ເຂົ້າ​ຮັບ​ການ​ຜ່າ​ຕັດ​ເຕົ້າ​ນົມ​ອອກ​ທັງ​ສອງ​ຂ້າງ​ ແລະ​ ໃຊ້​ເວລາ​ນອນ​ພັກ​ຢູ່ໃນໂຮງໝໍ 10 ມື້ ຊຶ່ງ​ພໍ​ຂ້ອຍ​ກັບ​ມາ​ຢູ່​ເຮືອນ ມິດ​ຊີ່​ກໍ​ມີ​ພຶດຕິກຳ​ເປັນ​ປົກກະຕິ ຄືທີ່​ມັນ​ເຄີຍ​ເປັນ ຂ້ອຍ​ຮູ້ສຶກ​ເປັນ​ໜີ້​ບຸນຄຸນ​ໝາ​ຂອງ​ຂ້ອຍ​ແທ້ໆ”

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)