spot_img
Homeຂ່າວຕ່າງປະເທດເສືອໃນສວນສັດແຫ່ງໜຶ່ງໃນອາເມລິກາ ຖືກກວດພົບເຊື້ອໂຄວິດ-19

ເສືອໃນສວນສັດແຫ່ງໜຶ່ງໃນອາເມລິກາ ຖືກກວດພົບເຊື້ອໂຄວິດ-19

Published on

ສຳນັກຂ່າວ CNN ລາຍງານວ່າ ເສືອທີ່ຈັດສະແດງໃນສວນສັດ Bronx Zoo ໃນລັດ ນິວຍອກ ໄດ້ຖືກກວດຫາເຊື້ອພະຍາດໄວຣັສໂຄວິດ-19 ເຊິ່ງຜົນກວດອອກມາເປັນບວກ. ອີງຕາມລາຍງານຈາກກົມກະສິກຳຂອງອາເມລິກາ (USDA) ເສືອພັນມາລາຍັນ (Malayan) ເພດເມຍ ອາຍຸ 4 ປີທີ່ມີຊື່ວ່າ ນາເດຍ (Nadia) ໃນຖືກນຳເອົາຕົວຢ່າງໄປກວດຫາເຊື້ອພະຍາດ ຫຼັງຈາກມີອາການໄອແຫ້ງ, ພ້ອມກັນນີ້ຕົວຢ່າງຈາກເສືອ ແລະ ສິງຕົວອື່ນໆອີກ 5 ຕົວກໍ່ຖືກນຳໄປກວດ ຫຼັງຈາກທີ່ພົບວ່າມີອາການຄ້າຍຄືກັນ, ສັດຕົວອື່ນໆແມ່ນຍັງບໍ່ທັນສະແດງອາການ.

ທາງສວນສັດໄດ້ໃຫ້ຂໍ້ມູນວ່າ ບັນດາສັດທີ່ຕິດ ແລະ ເຂົ້າຄ່າຍ ແມ່ນມີອາການບໍ່ຢາກອາຫານ, ປົກກະຕິແລ້ວມັນຈະກະຕືລືລົ້ນກັບຜູ້ດູແລສັດ. ສວນສັດກໍ່ໄດ້ກ່າວເພີ່ມຕື່ມວ່າ ເຂົາເຈົ້າຍັງບໍ່ຮູ້ວ່າພະຍາດໄວຣັສດັ່ງກ່າວຈະມີຜົນກະທົບກັບບັນດາສັດທີ່ຕິດເຊື້ອແນວໃດ ເນື່ອງຈາກວ່າສັດຊະນິດຕ່າງໆມີປະຕິກີລິຍາຕໍ່ເຊື້ອພະຍາດແຕກຕ່າງກັນ, ຢ່າງໃດກໍ່ຕາມທາງສວນສັດຈະສັງເກດອາການ ແລະ ລໍຖ້າໃຫ້ມັນຫາຍເປັນປົກກະຕິ.

ສວນສັດໄດ້ປິດບໍລິການໃນວັນທີ 16 ມີນາທີ່ຜ່ານມາ. ກົມກະສິກຳກໍ່ໄດ້ໃຫ້ຄຳແນະນໍາວ່າ ຖ້າຜູ້ໃດຕິດເຊື້ອໄວຣັສ ແມ່ນໃຫ້ຫຼີກລ່ຽງການສຳຜັດກັບສັດ ລວມໄປເຖິງສັດລ້ຽງ ຈົນກວ່າຊິມີຂໍ້ມູນເພີ່ມຕື່ມກ່ຽວກັບພະຍາດໄວຣັສໂຄວິດ-19.

ກ່ອນໜ້ານີ້ ທີ່ເກາະຮົງກົງກໍ່ໄດ້ພົບວ່າມີແມວລ້ຽງທີ່ຕິດເຊື້ອພະຍາດໄວຣັສໂຄວິດ-19ຈາກເຈົ້າຂອງທີ່ມີເຊື້ອເຊັ່ນດຽວກັນ.

 

ຮຽບຮຽງໂດຍ: ວະນິດາ

 

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...