spot_img
Homeຂ່າວຕ່າງປະເທດຣັດເຊຍສົ່ງອຸປະກອນທາງການແພດໄປຊ່ວຍອາເມລິກາ-ອິຕາລີ ທີ່ກຳລັງປະເຊີນກັບວິກິດໂຄວິດ-19

ຣັດເຊຍສົ່ງອຸປະກອນທາງການແພດໄປຊ່ວຍອາເມລິກາ-ອິຕາລີ ທີ່ກຳລັງປະເຊີນກັບວິກິດໂຄວິດ-19

Published on

ໂດຍການອ້າງອີງຈາກລາຍງານສຳນັກຂ່າວອິນເຕີແຟັກຊ໌ ເມື່ອວັນທີ 1 ເມສາ ທີ່ຜ່ານມາວ່າ ເຮືອບິນຄາຣ໌ໂກຂອງກະຊວງປ້ອງກັນປະເທດຣັດເຊຍ ໄດ້ສົ່ງອຸປະກອນການແພດ ແລະ ສິ່ງຂອງຈຳເປັນດ້ານສາທາລະນະສຸກຈຳນວນຫຼາຍໄປທີ່ອາເມລິກາ ເພື່ອສະໜັບສະໜູນພາລະກິດດ້ານສາທາລະນະສຸກຂອງອາມລິກາ ໃນການຕໍ່ສູ້ກັບວິກິດໂຣກລະບາດໂຄວິດ-19.

ເຖິງແມ່ນວ່າຈະບໍ່ມີການເປີດເຜີຍລາຍລະອຽດຢ່າງເປັນທາງການ ແຕ່ເຊື່ອວ່າອຸປະກອນທີ່ສົ່ງໄປນັ້ນຈະປະກອບມີໜ້າກາກອານາໄມ ແລະ ເຄື່ອງຊ່ວຍຫາຍໃຈ ເຊິ່ງທ່ານ ດະມິທຣີ ເປສຄອຟ ໂຄສົກທຳນຽບເຄຣມລິນ ກ່າວວ່າ ການສະໜັບສະໜູນຂອງຣັດເຊຍມີຂຶ້ນຫຼັງຈາກການສົນທະນາທາງໂທລະສັບລະຫວ່າງ ປະທານາທິບໍດີ ວາລາດິເມຍ ປູຕິນ ກັບ ປະທານາທິບໍດີ ໂດນັລ ທຣໍ້າ.

ກ່ອນໜ້ານີ້ ເມື່ອອາທິດທີ່ຜ່ານມາ ລັດຖະບານຣັດເຊຍໄດ້ສົ່ງມອບໜ້າກາກອານາໄມທາງການແພດ ແລະ ເຄື່ອງຊ່ວຍຫາຍໃຈ 600 ເຄື່ອງ ພ້ອມທັງບຸກຄະລາກອນການແພດອີກຈຳນວນໜຶ່ງ ໄປຊ່ວຍເຫຼືອອິຕາລີ ເຊິ່ງເປັນປະເທດທີ່ກຳລັງປະເຊີນໜ້າກັບການລະບາດຂອງໂຣກໂຄວິດ-19 ໃນລະດັບທີ່ໜັກໜ່ວງທີ່ສຸດໃນໂລກ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: www.dailynews.co.th

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...