spot_img
Homeຂ່າວຕ່າງປະເທດເຈົ້າຊີວິດແຫ່ງຊາອຸດິອາຣະເບຍຊ່ວຍອອກຄ່າປິ່ນປົວໃຫ້ຜູ້ຕິດໂຄວິດ-19 ທຸກຄົນໃນປະເທດ

ເຈົ້າຊີວິດແຫ່ງຊາອຸດິອາຣະເບຍຊ່ວຍອອກຄ່າປິ່ນປົວໃຫ້ຜູ້ຕິດໂຄວິດ-19 ທຸກຄົນໃນປະເທດ

Published on

ກະຊວງສາທາລະນະສຸກຊາອຸດິອາຣະເບຍໄດ້ມີຖະແຫຼງການເມື່ອວັນທີ 30 ມີນາ 2020ທີ່ຜ່ານມາວ່າ ສົມເດັດພຣະຣາຊາທິບໍດີ ຊັລມານ ບິນ ອັບດຸລ ອະຊິຊ ອັລ ຊະອູດ (Salman bin Abdulaziz) ແຈ້ງເຈດຈະຈ່າຍຄ່າປິ່ນປົວທັງໝົດໃຫ້ກັບປະຊາຊົນຊາອຸດິອາຣະເບຍລວມເຖິງຊາວຕ່າງຊາດທີ່ອາໃສຢູ່ໃນປະເທດຜູ້ທີ່ຕິດເຊື້ອໂຄວິດ-19.

ລັດຖະມົນຕີກະຊວງສາທາລະນະສຸກ ຍັງກ່າວຕື່ມອີກວ່າ: ກະສັດ ຊັລມານ ຮຽກຮ້ອງໃຫ້ປະຊາຊົນຜູ້ທີ່ມີອາການຮີບໄປກວດກາຫາເຊື້ອທີ່ໂຮງໝໍທັນທີຢ່າງໄດ້ລັງເລ ເຊິ່ງເຈົ້າຊາຍ ໂມຮຳມັດ ບິນ ຊັລມານ ມົງກຸດຣາຊະກຸມມານແຫ່ງຊາອຸດິອາຣະເບຍ ໄດ້ຕິດຕາມທຸກສະຖານະການຢ່າງໃກ້ຊິດ.

ສຳລັບຊາອຸດິອາຣະເບຍມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1,453 ກໍລະນີ, ຮັກສາຫາຍແລ້ວ 115 ກໍລະນີ ແລະ ເສຍຊີວິດ 8 ກໍລະນີ. ທັງນີ້ ຄຳສັ່ງຂອງກະສັດ ຊັລມານ ຈະຄວບຄຸມໄປເຖິງບຸກຄົນທີ່ເຂົ້າເມືອງຢ່າງຜິດກົດໝາຍ ກໍ່ຈະໄດ້ຮັບການປິ່ນປົວຟຣີ ຫາກພວກເຂົາເປັນຜູ້ປ່ວຍຕິດເຊື້ອໂຄວິດ-19.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: www.matichon.co.th

ບົດຄວາມຫຼ້າສຸດ

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...