spot_img
Homeຂ່າວຕ່າງປະເທດຈີນກັບມາເປີດຕະຫຼາດຂາຍສັດປ່າອີກຄັ້ງຫຼັງສະຖານະການໂຄວິດ-19 ໃນຈີນດີຂຶ້ນ

ຈີນກັບມາເປີດຕະຫຼາດຂາຍສັດປ່າອີກຄັ້ງຫຼັງສະຖານະການໂຄວິດ-19 ໃນຈີນດີຂຶ້ນ

Published on

ສະຖານະການການແຜ່ລະບາດເຊື້ອໄວຮັດໂຄວິດ-19 ໃນປະເທດຈີນເລີ່ມດີຂຶ້ນ ເກືອບຈະບໍ່ມີການແຜ່ລະບາດເຊື້ອໃນປະເທດ ລັດຖະບານຈີນໄດ້ຫຼຸດຜ່ອນຄວາມເຂັ້ມງວດຂອງມາດຕະການປິດເມືອງຕ່າງໆລົງ ແຕ່ກັບພົບວ່າເຮັດໃຫ້ຜູ້ຄ້າຂາຍບາງຄົນເລີ່ມນຳສັດລ້ຽງ ແລະ ສັດປ່າມາຂາຍເປັນອາຫານອີກຄັ້ງ.

ສຳນັກຂ່າວເດລີເມລເປີດເຜີຍວ່າ ຈາກການສຳຫຼວດຕະຫຼາດສົດແບບປິດແຫ່ງໜຶ່ງໃນເມືອງກຸ້ຍຫຼິນ ທາງຕະເວັນຕົກສຽງໃຕ້ຂອງຈີນ ກໍ່ພົບວ່າມີຄົນນຳໝາ ແລະ ແມວທີ່ຂັງໄວ້ໃນຄອກນ້ອຍໆ ເພື່ອລໍຖ້າປາດຄໍ ສ່ວນຕະຫຼາດອີກແຫ່ງໜຶ່ງໃນເມືອງ ຕົງກ່ວນ ທາງຕະເວັນອອກສຽງໃຕ້ຂອງປະເທດ ເລີ່ມມີປ້າຍຮ້ານຂາຍຢາແຜນບູຮານທີ່ມີສ່ວນປະສົມຂອງສັດປ່າລວມເຖິງ ເຈຍ ມາວາງຕັ້ງໄວ້ ເພື່ອສົ່ງສັນຍານວ່າເລີ່ມເປີດກິດຈະການແລ້ວ.

ນັກຂ່າວຂອງເດລີເມລກ່າວວ່າ: ຄົນໃນທ້ອງຖິ່ນເຊື່ອວ່າໂຣກລະບາດຄັ້ງນີ້ໄດ້ຈົບລົງແລ້ວ ແລະ ບໍ່ມີຫຍັງຕ້ອງເປັນຫ່ວງອີກ ຕອນນີ້ໂຣກໂຄວິດ-19 ເປັນບັນຫາຂອງຕ່າງປະເທດໄປແລ້ວ.

 

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: www.dailymail.co.uk

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...