spot_img
Homeຄວາມງາມ7 ວິທີ​ສຳລັບ​ວ່າ​ທີ່​ເຈົ້າ​ສາວ ກ່ອນ​ເລືອກ​ຊື້​ຊຸດ​ແຕ່ງ​ດອງ

7 ວິທີ​ສຳລັບ​ວ່າ​ທີ່​ເຈົ້າ​ສາວ ກ່ອນ​ເລືອກ​ຊື້​ຊຸດ​ແຕ່ງ​ດອງ

Published on

  wedding_12

ງານ ວິ​ວາເຮັດໃຫ້​ສາວໆ ສ່ວນ​ໃຫຍ່​ຕື່ນ​ເຕັ້ນ​ກັບ​ມື້​ສຳຄັນ​ເຊັ່ນ​ນີ້ ແຕ່​ກໍ​ມີວ່າ​ທີ່​ເຈົ້າ​ສາວ​ບໍ່​ໜ້ອຍ​ທີ່​ກັງ​ວົນ​ກ່ຽວກັບ​ຊຸດ​ແຕ່ງ​ດອງ ​ລວມ​ທັງ​ອົງປະກອບອື່ນໆ ພວກເຮົາ​ຈຶ່ງ​ມີ​ທິບສ໌​ດີໆ ຈາກ​ເວັບ​ໄຊ stylecaster ມາ​ແນະ​ນຳ​ກັນ ເພື່ອ​ຊ່ວຍ​ໃຫ້​ເຈົ້າ​ຕັດ​ສິນ​ໃຈ​ເລືອກ​ຊື້​ຊຸດ​ແຕ່ງ​ດອງໄດ້​ງ່າຍ​ຂຶ້ນ
1. ເປັນ​ຕົວ​ຂອງ​ຕົວ​ເອງ
ບໍ່​ວ່າ​ຈະ​ຢ່າງໃດ​ກໍ​ຕາມ​ຢ່າ​ລືມ​ຄິດເຖິງ​ຄວາມ​ເປັນ​ໂຕເຈົ້າເອງ ບໍ່​ວ່າ​ເຈົ້າ​ຈະ​ເປັນ​ສາວ​ຫ້າວ ສາວ​ຫວານ ຫລື​ສາວ​ອາລ໌​ທິສ ກໍ​ໃຫ້​ເລືອກ​ຊຸດ​ແຕ່ງ​ດອງ​ໃນ​ແບບ​ທີ່​ເຈົ້າ​ເປັນ​ດີກວ່າ ອີກ​ທັງ​ໃນ​ເລື່ອງ​ຂອງ​ການ​ແຕ່ງ​ໜ້າ​ເຮັດ​ຜົມ​ກໍ​ເຊັ່ນ​ກັນ ເຖິງວ່າ​ມື້​ນັ້ນ​ເຈົ້າ​ຈະ​ຕ້ອງ​ໂດດ​ເດັ່ນ​ທີ່ສຸດ​ໃນ​ງານ ແຕ່​ກໍ​ບໍ່​ຈຳ​ເປັນ​ຕ້ອງ​ເອົາ​ທຸກ​ຢ່າງ​ໄວ້​ເທິງ​ຕົວ ບໍ່ແມ່ນ​ວ່າ​ຂະໜາດ​ເຈົ້າ​ບ່າວ​ເອງ​​​ເກືອບຈື່​ບໍ່​ໄດ້ ແບບ​ນີ້​ກໍ​ໂອ​ເວີເກີນ​ໄປ​ ເອົາ​ເປັນ​ວ່າ​ແຕ່ງ​ແບບ​ພໍ​ດີໆ ບໍ່​ຫລາຍ​ ຫລື​ ໜ້ອຍ​ເກີນ​ໄປ ແບບ​ນີ້​ຄາດ​ສິກ​ກວ່າ​ຫລາຍ
2. ເກີບ
ເກີບຖື​ເປັນ​ອີກ​ອົງປະກອບ​ທີ່​ສຳຄັນ ​ບໍ່​ແພ້​ຊຸດ​ແຕ່ງ​ດອງ ແຖມ​ມັນ​ຍັງ​ເຮັດໃຫ້​ເຈົ້າ​ງາມ​ສະ​ຫງ່າ​ຂຶ້ນ​​ອີກ ທັງ​ນີ້​ທັງ​ນັ້ນ​ກໍ​ຕ້ອງ​ເລືອກ​ເກີບ​ໃຫ້​ເຂົ້າ​ກັບ​ຊຸດ​ແຕ່ງ​ດອງ​ນຳ ບໍ່​ວ່າ​ຈະ​ເປັນ​ແບບ​ຫຸ້ມ​ສົ້ນ, ຮັດສົ້ນ ຫລື​ ແບບ​ເປືອຍ ລວມ​ທັງ​ສີ​ຂອງ​ເກີບນຳ​ທີ່​ຕ້ອງ​ແມຊ໌​ກັບ​ຊຸດ​ແຕ່ງ​ດອງ​ ນອກ​ຈາກ​ນີ້​ວັດສະ​ດຸ​ທີ່​ໃຊ້​ເຮັດ​ເກີບ​ກໍ​ສຳຄັນ​ບໍ່​ແພ້​ກັນ ບໍ່​ວ່າ​ຈະ​ເປັນ​ໜັງ, ຜ້າ ຫລື​ ຫຍັງ​ກໍ​ຕາມ ຄວນ​ເລືອກ​ເກີບ​ທີ່​ໃສ່​ສະບາຍ ເກີບ​ທຸກ​ອະລິຍາບົດ​ຂອງ​ເຈົ້າ​ໃນ​ມື້​ນັ້ນ ເຊັ່ນ ພິທີ​ໃສ່​ແຫວນ​ທີ່​ເຈົ້າ​ຕ້ອງ​ນັ່ງ​ກັບ​ພື້ນ, ຍືນ​ຕ້ອນ​ຮັບ​ແຂກ​ ແລະ ອື່ນໆ ຄືຊິບໍ່​ດີ​ແນ່​ນອນຫາກ​ມື້​ນັ້ນ​ເຈົ້າ​ຈະ​ຍ່າງ​ຂະເຢັງ ​ເພາະ​ຖືກເກີບກັດ​ ຫລື​ ເກີບ​ຂາດ ຂະນະ​ຍ່າງ​ຂຶ້ນ​ເວ​ທີ
3. ກຽມ​ເສື້ອຊ້ອນໄປນຳ
ຢ່າ​​ງົງ​ ວ່າ​ຈະ​ກຽມເສື້ອຊ້ອນໄປ​ເປັນຫຍັງ ໃນ​ວັນທີ່​ເຈົ້າ​ໄປ​ລອງ​ເລືອກ​ຊຸດ​ແຕ່ງ​ດອງ​ນັ້ນ ແນ່ນອນ​ວ່າ​ເຈົ້າ​ອາດຈະ​ຖືກ​ໃຈ​ຫລາຍ​ແບບ ເຊັ່ນ ຊຸດ​ໂຊບ່າ, ຊຸດ​ເກາະ​ອົກ, ແຂນ​ສັ້ນ-ຍາວ ​ແລະ ອື່ນໆ ເວລາ​ລອງ​ຊຸດ​ເຫລົ່າ​ນັ້ນ​ຄວນ​ເຮັດຄືວ່າ​ມັນ​ຄື​ມື້​ຈິງ​ທີ່​ເຈົ້າ​ຕ້ອງ​​ ໃສ່ ເຈົ້າ​ຈຶ່ງ​ຈຳ​ເປັນ​ຕ້ອງ​ກຽມ​ເສື້ອຊ້ອນ​ຫລາກ​ຫລາຍ​ແບບ​ໄປ​ປ່ຽນ​ໃຫ້​ເຂົ້າ​ ກັບ​ຊຸດ​ແຕ່ງ​ດອງນຳ ເຊັ່ນ ຊຸດ​ແຕ່ງ​ດອງແບບ​ເກາະ​ອົກ​ກໍ​ຄວນ​​ໃສ່​ເສື້ອຊ້ອນ​ແບບ​ເກາະ​ອົກ​ໄວ້​ດ້ານ​ໃນ ຈະ​ໄດ້​ຮູ້​ວ່າ​ໃສ່​ແລ້ວ​ຈະ​ອອກ​ມາ​ເປັນ​ຢ່າງໃດ ​ແລະ ອື່ນໆ ຢ່າ​ລືມ​ວ່າ​ບໍ່ແມ່ນ​ພຽງ​ຊຸດ​ແຕ່ງ​ດອງເທົ່າ​ນັ້ນ​ທີ່​ມີ​ຫລາຍ​ຮູບ​ຊົງ ເສື້ອຊ້ອນ​ຂອງ​ສາວໆ ເອງ​ກໍ​ເຊັ່ນ​ກັນ ດັ່ງ​ນັ້ນ​ເລືອກ​ໃສ່​ໃຫ້​ແມຊ໌​ ແລະ​ ເໝາະ​ສົມ​ນຳ​ ຈະ​ໄດ້​ງາມ ພໍດີ ແລະ ​ໝັ່ນໃຈ​ຫລາຍ​ຂຶ້ນ
4. ຕັ້ງ​ງົບ​ຄ່າວ​ໆໄວ້
ຈັ່ງໃດ ກໍ​ງາມ​ໄປ​ໝົດ ບໍ່​ວ່າ​ຈະ​ເປັນ​ຊຸດ ເກີບ ຫລື​ ເຄື່ອງ​ປະ​ດັບ ຫາກ​ຈະ​ກວດ​ຊື້​ທັງ​ໝົດ​ກໍ​ອາດຈະ​ບໍ່ແມ່ນ​ເລື່ອງ ເພາະ​ອາດຈະບໍ່​ມີ​ເຈົ້າ​ສາວ​ຄົນ​ໃດ​ທີ່​ຈະຫອບ​ໃສ່​ສາຍສະພາຍ​ສອງ​ເສັ້ນ​ ຫລື​ ຕ່າງ​ຫູ​ສອງ​ຄູ່​ໃນ​ເວລາ ດຽວ​ກັນ​ດອກ ແລະ​ ການ​ຈະ​ຊື້​ເກີບ​ຫລາຍ​ຄູ່​ ຫລື​ ສາຍສະພາຍ​ຫລາຍ​ເສັ້ນ​ໄວ້​ເຜື່ອ​ເລືອກ​ ກໍ​ບໍ່ແມ່ນ​ເລື່ອງ ທີ່​ດີ​ດອກ ເພາະ​ຈະ​ເຮັດໃຫ້​ສິ້ນ​ເປືອງ​ລ້າໆ ດັ່ງ​ນັ້ນ​ກ່ອນ​ຈະ​ຊື້​ທຸກ​ສິ່ງ​ທຸກຢ່າງ​ຄວນ​ຕັ້ງ​ງົບ​ຄ່າວ​ໆໄວ້​ນຳ ເຊັ່ນ ງົບ​ 2,500,000 ກີບ ແບ່ງ​ເປັນ​ຈັກ​ສ່ວນ ແລະ ​ມີ​ຫຍັງ​ແນ່ ທີ່​ຕ້ອງ​ຊື້ ລິສເອົາ​ໄວ້​ໃຫ້​ໝົດ ແລ້ວ​ມາ​ບໍລິຫານ​ອີກ​ເທື່ອໜຶ່ງວ່າ​ຄວນ​ຊື້​ຊຸດ​ແຕ່ງ​ດອງ, ເກີບ ຫລື ເຄື່ອງ​ປະ​ດັບ​ໃນ​ລາ​ຄາ​ເທົ່າໃດ
5. ເສື້ອ​ຜ້າ ໜ້າ​ຜົມ ເໝາະ​ກັບ​ສະຖານ​ທີ່​ຈັດ​ງານ
ອາດຈະ​ບໍ່​ດີ​ແທ້ ຫາກ​ເຈົ້າ​ຈະ​ແຕ່ງ​ຕົວ​ແຕ່ງ​ໜ້າ​ຈັດ​ເຕັມ​ເພື່ອ​ມາ​ປະກອບ​ພິທີ​ແຄມ​ຫາດ​ ໃນ​ຍາມຕອນສວຍ ເພາະ​ອາດຈະ​ເຮັດໃຫ້​ໜ້າ​ຂອງ​ເຈົ້າ​ໜຽວ​ດ້ວຍ​ເຫື່ອ​ໄຄ ​ແລະ​ ເຄື່ອງ​ສຳ​ອາງ​ທີ່​ໄຫລ​ຍ້ອຍ ຫລື​ ຊຸດ​ແຕ່ງ​ດອງ​​ລ່າມໆ​ໃນ​ສະຖານ​ທີ່​ຄັບ​ແຄບ ເປັນ​ຕົ້ນ ນອກ​ຈາກ​ນີ້​ຄວນ​ເລືອກ​ເກີບໃຫ້​ເຂົ້າ​ກັບ​ສະຖານ​ທີ່​ນຳ ​ເຊັ່ນ​ກັນເພາະ​ອາດຈະບໍ່​ດີ​ແທ້​ ຫາກ​ຈະ​ໃສ່​ເກີບ​ສົ້ນ​ສູງ​​ ຍ່າງຢູ່ແຄມຫາ​ດ ຫລື ​ໃຜ​ທີ່​ແຕ່ງ​ດອງ ​ທ່າມ​ກາງ​ສວນ​ສີ​ຂຽວ ​ເພາະ​ຢາກ​ມີ​ບັນ​ຢາ​ກາດ​ສະບາຍ​ໆ ແບບ​ທຳມະຊາດ ແຕ່​ພັດ​ແຕ່ງ​ໜ້າ​ແຕ່ງ​ຕົວ​ມາ​ແບບ​ເໜືອ​ທຳມະຊາດ​ກໍ​ອາດຈະ​ບໍ່​ງາມ ຢ່າ​ລືມ​ວ່າ​ແສງ​ໃນ​ທີ່​ຮົ່ມ​ກັບ​ແສງ​ກາງ​ແຈ້ງ​ໃຫ້​ຄວາມ​ສະຫວ່າງ​ຕ່າງ​ກັນ ການ​ແຕ່ງ​ໜ້າ​ຂອງ​ເຈົ້າ​ຈຶ່ງ​ຈຳ​ເປັນ​ຕ້ອງ​ຄຳ​ນຶງ​ເຖິງ​ຮູບ​ພາບ​ທີ່​ຖ່າຍ​ ອອກ​ມາ​ນຳ
6. ຊວນ​ໝູ່ສະນິດ ​ຫລື​ ຄົນ​ຮູ້​ໃຈ​ໄປ​ນຳ
ມື້​ສຳຄັນ​ທັງເທື່ອ ສາວໆ ອາດຈະມີ​ຫຍັງ​ໃຫ້​ຄິດ ​ແລະ ​ຕັດ​ສິນ​ໃຈ​ຫລາຍ​ຢ່າງ ແລະ​ ອາດຈະ​ດີ​ບໍ່ຫລາຍ ​ຫາກວ່າ​ມີ​ໝູ່ ຫລື​ ຄົນ​ຮູ້​ໃຈ​ມາ​ຊ່ວຍ​ເລືອກ​ສັນ ​ຫລື ​ຊ່ວຍ​ຕັດ​ສິນ​ໃຈ ເລືອກ​ຊຸດ​ແຕ່ງ​ດອງ​ຂອງ​ເຈົ້າ ແຕ່​ທັງ​ນີ້​ກໍ​ບໍ່​ຄວນ​ຍົກ​ໂຂ​ຍົງ​ພາ​ກັນ​ມາ​ຕັ້ງ​ແຕ່​ເພື່ອນ​ຮຽນ​ປະ​ຖົມ ມັດ​ຍົມ ຫລື​ມະຫາ​ວິທະຍາ​ໄລ ແຕ່​ຄວນ​ຊວນ​ເພື່ອນ​ທີ່​ຮູ້​ໃຈ​ເຈົ້າ​ແທ້ໆ ພ້ອມ​ທັງ​ຮູ້​ວ່າ​ເຈົ້າ​ເໝາະ​ກັບ​ສະ​ໄຕລ໌​ໃດ​ ແລະ​ ບໍ່​ລືມ​ຄວາມ​ເປັນ​ຕົວ​ຕົນ​ຂອງ​ເຈົ້າເອງ ເຊື່ອ​ວ່າ​ຈະ​ເຮັດໃຫ້​ເຈົ້າ​ຕັດ​ສິນ​ໃຈ​ງ່າຍ​ຂຶ້ນ​ຫລາຍ
7. ມັນ​ເປັນ​ມື້​ຂອງ​ທ່ານ
ວ່າ​ທີ່​ເຈົ້າ​ສາວ​ ບໍ່ໜ້ອຍ​ທີ່​ກັງ​ວົນ​ເລື່ອງ​ແບບ ​ແລະ ​ສະ​ໄຕລ໌​ຂອງ​ຊຸດ​ແຕ່ງ​ດອງ ເພາະ​ພາບ​ທີ່​ເຮົາ​ເຫັນ​ໂດຍ​ທົ່ວ​ໄປ​ຊຸດ​ແຕ່ງ​ດອງ ​ຈະ​ມີ​ສີ​ຂາວ​ແຕ່ງ​ດ້ວຍ​ລາຍດອກ ​ຫລື​ ບໍ່​ກໍ​ລູກໄມ້ ຫລື​ ຫຍັງ​ກໍ​ຕາມ​ທີ່​ເຈົ້າ​ເຫັນ​ມາ ຖ້າ​ຫາກວ່າ​ເຈົ້າ​ບໍ່​ມັກ​ກໍ​ບໍ່​ຈຳ​ເປັນ​ຕ້ອງ​ແຕ່ງ​ຕາມ​ແບບ​ນັ້ນ ຢ່າ​ລືມ​ວ່າ​ມັນ​ຄື​ມື້​ຂອງ​ເຈົ້າ ເລືອກ​ໃນ​ສິ່ງ​ທີ່​ເຈົ້າ​ມັກ ບໍ່​ວ່າ​ຈະ​ເປັນ​ຊຸດ​ແຕ່ງ​ດອງ, ເກີບ, ເຄື່ອງ​ປະ​ດັບ, ຊົງ​ຜົມ, ສີ​ເລັບ ຈົນ​​ຮອດ​ສີ​ລິບ​ສະຕິ​ກ ໃຜ​ວ່າ​ເຈົ້າ​ສາວ​ຕ້ອງ​ທາ​ປາກ​ດ້ວຍ​ລິ​ບສະຕິກ​ສີ​ບົວ ​ຫລື​ ທາ​ເລັບ​ສີ​ອ່ອນໆ ສະເໝີ​ໄປ ເພາະ​ຖ້າ​ຫາກວ່າ​ເຈົ້າ​ເປັນ​ສາວ​ຫ້າວ​ກໍ​ຈັດ​ເຕັມ​ໄປ​ເລີຍ ຫລື​ ຖ້າ​ຫາກວ່າ​ເຈົ້າ​ເປັນ​ສາວ​ຫວານ​ກໍ​ຫວານ​ໃຫ້​ສຸດໆໄປ​ເລີຍ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...