spot_img
Homeຂ່າວທ້ອງຖິ່ນລັດຖະບານເຫັນດີໃຫ້ປິດໂຮງຮຽນລ້ຽງເດັກ-ໂຮງຮຽນອະນຸບານຊົ່ວຄາວ

ລັດຖະບານເຫັນດີໃຫ້ປິດໂຮງຮຽນລ້ຽງເດັກ-ໂຮງຮຽນອະນຸບານຊົ່ວຄາວ

Published on

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງໂຄວິດ-19 ໄດ້ເຮັດໜັງສືສະເໜີຕໍ່ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະເໜີໃຫ້ພິຈາລະນາປິດໂຮງຮຽນລ້ຽງເດັກ ແລະ ໂຮງຮຽນອະນຸບານຊົ່ວຄາວ ເພື່ອຍົກສູງມາດຕະການເຝົ້າລະວັງໂຄວິດ-19.

ອີງຕາມການລາຍງານຈາກໜັງສືພິມວຽງຈັນທາມໃຫ້ຮູ້ວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນຕອນເຊົ້າຂອງວັນທີ 16 ມີນາ ວານນີ້ວ່າ ລັດຖະບານເຫັນດີໃຫ້ປິດໂຮງຮຽນລ້ຽງເດັກ-ອະນຸບານ ຊົ່ວຄາວ ໃນທົ່ວປະເທດ ນັບແຕ່ວັນທີ 17 ມີນາ 2020 ເປັນຕົ້ນໄປຈົນເຖິງວັນທີ 19 ເມສາ 2020 ນີ້ ເພື່ອປ້ອງກັນ ແລະ ສະກັດກັ້ນເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19).

ການໃຫ້ສໍາພາດດັ່ງກ່າວແມ່ນໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ເພື່ອຕິດຕາມການປະຕິບັດມາດຕະການຕ່າງໆ ໃນການເຝົ້າລະວັງ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດພະຍາດ COVID-19 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ມື້ເຊົ້ານີ້.

ການປິດໂຮງຮຽນລ້ຽງເດັກ-ອະນຸບານ ຈະດໍາເນີນໄປຈົນກວ່າສໍາເລັດ ການສະເຫຼີມສະຫຼອງບຸນປີໃໝ່ລາວ ແລະ ສ່ວນມາດຕະການອື່ນໆ ພາຍຫຼັງສໍາເລັດການເຄື່ອນໄຫວຢ້ຽມຢາມ ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1, ໂຮງໝໍສູນກາງ 103, ໂຮງໝໍ ມິດຕະພາບ 150 ຕຽງ ແລະ ສະໜາມບິນສາກົນວັດໄຕ ໃນມື້ວານນີ້ແມ່ນຈະໄດ້ນໍາໄປປຶກສາຫາລືຢູ່ກອງປະຊຸມລັດຖະບານ ໃນວັນທີ 18 ມີນາ 2020 ນີ້ ເພື່ອອອກແຈ້ງການອັນລະອຽດໃນການປ້ອງກັນພະຍາດດັ່ງກ່າວ.

ສໍາລັບດ່ານປະເພນີຕ່າງໆ ຢູ່ທ້ອງຖິ່ນໃນທົ່ວປະເທດ ທີ່ຕິດຈອດກັບປະເທດເພື່ອນບ້ານ ແມ່ນເຫັນດີໃຫ້ປິດຊົ່ວຄາວ ແລະ ຫັນມາໃຊ້ດ່ານສາກົນແທນ ເພາະມີເຄື່ອງກວດທີ່ທັນສະໄໝ ແລະ ຮັບປະກັນໃນການກັ່ນຕອງ ແລະ ປ້ອງກັນຄວາມສ່ຽງຈາກການຕິດເຊື້ອພະຍາດ COVID-19 ທີ່ຈະເຂົ້າມາ ສປປ ລາວ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...