spot_img
Homeນານາສາລະລະວັງ! ໄວລັດ Facebook “ແຕ້ມຮູບທີ່ງ່າຍ one click” ເຜີໂຕ Log in ອາດຖືກ Hack

ລະວັງ! ໄວລັດ Facebook “ແຕ້ມຮູບທີ່ງ່າຍ one click” ເຜີໂຕ Log in ອາດຖືກ Hack

Published on

       184635

        ໂລກ​ໂຊ​ຊ້ຽວ​ ທຸກມື້​ນີ້​ມີ​ແຕ່​ຄົນ​ຫວັງ​ຮ້າຍ ໂດຍ​ສະເພາະ​ຢ່າງ​ຍິ່ງ Facebook ທີ່​ມັກ​ຈະ​ມີ​ຜູ້​ບໍ່​ຫວັງ​ດີ​ສ້າງ​ມັດແວລ໌ ສະ​ແປມ ແລະ ​ໄວ​ລັດ​ຕ່າງໆ ມາ​ຊຸ້ມໂຈມ​ຕີ​ຜູ້​ໃຊ້​ທີ່​ບໍ່​ລະ​ມັດລະ​ວັງ​ຕົວ​ຢູ່​ເລື່ອຍ​ໆ ເຊັ່ນ​ກັນ​ກັບ​ໄວ​ລັດ “ແຕ້ມຮູບ​ທີ່​ງ່າຍ one click>> https://www.facebook.com/xxxxxxx” ທີ່​ເບິ່ງ​ຄື​ຈະ​ເປັນ​ແອບ Facebook ທີ່​ໃຫ້​ເຮົາ​ໄປ​ແຕ້ມຮູບ​ງ່າຍໆ ຂໍ​ເຕືອນ​ທ່ານ ເລີຍ​ວ່າ​ນີ້​ຄືໄວ​ລັດ Facebook”

ໂດຍ​ຖ້າ​ທ່ານຄຣິກ​ເຂົ້າໄປ ​ທີ່​ລິງຄ໌ “ແຕ້ມຮູບທີ່​ງ່າຍ one click>> https://www.facebook.com/xxxxxxx” ດັ່ງ​ກ່າວ ມັນ​ຈະ​ສ້າງ​ໜ້າ​ເພດ Facebook ປອມ​ຂຶ້ນ​ມາ​ເພື່ອ​ຕົວະ​ທ່ານ ເຮັດ​ຄື​ທ່ານ Log out ອອກຈາກ Facebook ແຕ່ທີ່​ຈິງ​ບໍ່ແມ່ນ ເພາະ​ໜ້າ Facebook ທີ່​ມັນ​ເຮັດ​ຂຶ້ນ​ມາ​ເຮັດ​ເພື່ອ​ດັກ​ພາດ​ເ​ວິດ ໂດຍ​ສະເພາະ​ ຊຶ່ງ​ບອກ​ໄດ້​ເລີຍ​ວ່າ​ຖ້າ​ເຜີໂຕ​ໄປ​ປ້ອນ​ຂໍ້​ມູນ​ດັ່ງ​ກ່າວ ທ່ານ ຈະ​ຖືກ​ແຮກ Facebook ຢ່າງ​ແນ່ນອນ  ສ່ວນ​ທ່ານ​ໃດ​ທີ່​ເຜີ​ໂຕປ້ອນຂໍ້ມູນໄປ​ກໍ​ບໍ່​ກ້າ ກາ​ລັນ​ຕີ​ເຖິງ​ຄວາມ​ປອດ​ໄພ​ ແລະ ​ຜົນ​ກະທົບ​ທີ່​ຈະ​ເກີດ​ຂຶ້ນ ແຕ່​ໃນ​ເບື້ອງ​ຕົ້ນ​ໃຫ້​ປ່ຽນ​ພາດ​ເ​ວິດໃໜ່​ທັນ​ທີ​ ຖ້າ​ໄຫວ​ຕົວ​ທັນ

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...