spot_img
Homeຂ່າວຕ່າງປະເທດຫວຽດນາມຫ້າມ 8 ປະເທດໃນເອີຣົບເຂົ້າປະເທດຊົ່ວຄາວ

ຫວຽດນາມຫ້າມ 8 ປະເທດໃນເອີຣົບເຂົ້າປະເທດຊົ່ວຄາວ

Published on

ເມື່ອວັນທີ 9 ມີນາ 2020 ປະເທດຫວຽດນາມຕັດສິນໃຈລະງັບການເດີນທາງໂດຍບໍ່ຕ້ອງໃຊ້ວີຊ່າ ຕໍ່ພົນລະເມືອງຈາກ 8 ປະເທດໃນທະວິບເອີຣົບຊົ່ວຄາວ ທ່າມກາງຄວາມວິຕົກກັງວົນກໍລະນີການລະບາດຂອງໄວຣັສໂຄໂຣນາ ໂດຍພົນລະເມືອງທີ່ຖືກຫ້າມເຂົ້າຫວຽດນາມຊົ່ວຄາວມາຈາກ 8 ປະເທດຄື: ເດນມາກ, ນໍເວ, ຟິນແລນ, ສະວີເດນ, ອັງກິດ, ເຢຍລະມັນ, ຝຣັ່ງ ແລະ ສະເປນ.

ມາດຕະການດັ່ງກ່າວຂອງຫວຽດນາມມີຂຶ້ນ ຫຼັງປະເທດໃນທະວີບອາຊີ ພົບຜູ້ຕິດເຊື້ອໄວຣັສໂຄໂຣນາ ອີກ 14 ຄົນໃນຊ່ວງທ້າຍອາທິດ ເຊິ່ງໃນຈຳນວນ ນີ້ມີເຖິງ 11 ຄົນ ທີ່ເດີນທາງມາຈາກທະວີບເອີຣົບ ເຮັດໃຫ້ຫວຽດນາມມີຜູ້ປ່ວຍເປັນ 30 ຄົນ. ນອກຈາກນີ້, ລັດຖະບານຈະພິຈາລະນາໃຊ້ມາດຕະການດຽວກັນນີ້ ກັບປະເທດອື່ນທີ່ມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 500 ຄົນ ຫຼື ມີລາຍງານຜູ້ຕິດເຊື້ອວັນດຽວຫຼາຍກວ່າ 50 ຄົນ.

ກະຊວງສາທາລະນະສຸກຂອງຫວຽດນາມແຈ້ງວ່າ ໃນນາມຫວຽດນາມມີຜູ້ຕິດເຊື້ອແລ້ວ 30 ຄົນ ແລະ ຕ້ອງສົງໃສຈົນຖືກກັກຕົວອີກ 100 ຄົນ ແຕ່ຫາຍປ່ວຍແລ້ວ 16 ຄົນ; ກ່ອນໜ້ານີ້ຫວຽດນາມໄດ້ລະງັບການເດີນທາງເຂົ້າປະເທດຂອງປະຊາຊົນອິຕາລີ ແລະ ເກົາຫຼີໃຕ້ ເນື່ອງຈາກເກີດຄວາມວິຕົກກັງວົນຕໍ່ໄວຣັສ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...