spot_img
Homeຂ່າວພາຍ​ໃນສານຕັດສິນທັງຈຳທັງປັບອະດີດແມ່ບ້ານຄະດີລັກຊັບ ແລະ ສໍ້ໂກງເຈົ້ານາຍ

ສານຕັດສິນທັງຈຳທັງປັບອະດີດແມ່ບ້ານຄະດີລັກຊັບ ແລະ ສໍ້ໂກງເຈົ້ານາຍ

Published on

ສານຂັ້ນຕົ້ນນະຄອນຫຼວງ ໄດ້ພິຈາລະນາຄະດີ ໃນວັນທີ 12 ກຸມພາ 2020, ພາຍຫຼັງໄອຍະການໄດ້ຖະແຫຼງ ໄຈ້ແຍກການກະທຳຜິດຂອງຈຳເລີຍ ໂດຍອີງຕາມກົດໝາຍອາຍາ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປັບປຸງປີ 2012 ແລະ ອີງຕາມສຳນວນຄະດີອາຍາຂັ້ນຕົ້ນ ເລກທີ 1095/ອຍກ.ນວ ໂດຍມີເນື້ອຄະດີດັ່ງນີ້: ເດືອນຕຸລາ 2018 ນາງ ບີ້ (ຈຳເລີຍ) ໄດ້ໄປສະໝັກເຮັດວຽກເປັນແມ່ບ້ານຢູ່ເຮືອນຂອງໂຈດທາງແພ່ງຊື່ນາງ ຢູ່ມີ ອາຍຸ 30 ປີ ຢູ່ບ້ານ ໜອງພະຍາ ເມືອງ ໄຊທານີ ນະຄອນ ຫຼວງວຽງຈັນ ໂດຍມີເງື່ອນໄຂໃຫ້ຈຳເລີຍຢູ່ກິນນຳ ແລະ ຮັບຄ່າຈ້າງເດືອນລະ 500.000 ກີບ, ພາຍຫຼັງເຮັດວຽກໄດ້ປະມານ 2 ເດືອນ ຈຳເລີຍ ໄດ້ເລີ່ມເຄື່ອນໄຫວລັກຊັບຂອງນາຍຈ້າງ, ເຊິ່ງກໍ່ເຫດມາແລ້ວຈຳນວນ 5 ຄັ້ງ.

ຄັ້ງທີ 1 ໃນເດືອນທັນວາ 2018, ຈຳເລີຍ ໄດ້ລັກເອົາເງິນຢູ່ໃນກະເປົ໋າຂອງນາຍຈ້າງ 100 ໂດລາ, 1.000 ບາດ ແລະ 100 ຢວນ ແລ້ວນຳໄປໃຊ້ຈ່າຍສ່ວນຕົວໝົດ. 5 ວັນຕໍ່ມາ, ໂຈດທາງແພ່ງຮູ້ເລື່ອງ ຈຶ່ງຖາມເອົາເງິນນຳຈຳເລີຍ ແຕ່ຈຳເລີຍສົ່ງຄືນພຽງ 350.000 ເພາະອີກ 500.000 ແມ່ນເປັນຄ່າເງິນເດືອນເລີຍ;  ຄັ້ງທີ 2 ໃນເດືອນມັງກອນ ແລະ ຄັ້ງທີ 3 ໃນເດືອນກຸມພາ 2019 ທັງ 2 ຄັ້ງນີ້ ຈຳເລີຍໄດ້ລັກເອົາເງິນຄັ້ງລະ 1.000 ບາດ ເມື່ອໂຈດທາງແພ່ງຮູ້ວ່າ ຈຳເລີຍລັກເອົາເງິນ ຈຶ່ງຫັກເອົາເປັນຄ່າເງິນເດືອນທັງ 2 ເດືອນເລີຍ; ຄັ້ງທີ 4 ໃນວັນທີ 27 ກຸມພາ ໄດ້ລັກເອົາໂທລະສັບຍີ່ຫໍ້ຊຳຊຸງຂອງຜົວໂຈດທາງແພ່ງ ແລ້ວເອົາໄປເຊື່ອງໄວ້ໃນຫ້ອງນອນຂອງຜູ້ກ່ຽວ. ມື້ຕໍ່ມາວັນທີ 28 ກຸມພາ, ເວລາປະມານ 12:00 ໂມງ ຈຳເລີຍ ໄດ້ເອົາໂທລະສັບໄປໃຫ້ທ້າວ ຈ່ອຍ (ແຟນ) ນຳໃຊ້, ແຕ່ຈຳເລີຍບໍ່ໄດ້ບອກ ທ້າວ ຈ່ອຍ ວ່າໂທລະສັບແມ່ນລັກມາ. ຈາກນັ້ນ, ທ້າວ ຈ່ອຍໄດ້ເອົາໄປຂາຍໃຫ້ໄວລຸ້ນບໍ່ຮູ້ຊື່ຢູ່ຮ້ານເກມໄດ້ເງິນຈຳນວນ 500.000 ກີບ ແລະ ນຳເງິນໄປໃຊ້ຈ່າຍຈົນໝົດ; ຄັ້ງສຸດທ້າຍ, ຈຳເລີຍລັກເງິນຈຳນວນ 1.000 ບາດ ເມື່ອໂຈດທາງແພ່ງຮູ້ກໍຫັກເປັນຄ່າເດືອນເດືອນອີກ.

ຈາກການລັກຊັບຈຳນວນ 5 ຄັ້ງນັ້ນ ຈຳເລີຍຍັງໄດ້ສໍ້ໂກງຊັບຂອງນາຍຈ້າງຄື: ວັນທີ 16 ເມສາ 2019, ເວລາປະມານ 11:00 ໂມງ ຈຳເລີຍໄດ້ຢືມລົດຈັກຍີ່ຫໍ້ຮອນດ້າເວບ 100 ຂອງນາຍຈ້າງ ພ້ອມທັງຂໍເບີກເງິນຈຳນວນ 200.000 ກີບ, ນາຍຈ້າງໄດ້ໃຫ້ເວລາ 24 ຊົ່ວໂມງ ແມ່ນໃຫ້ກັບຮ້ານ, ເມື່ອໄດ້ລົດກັບເງິນແລ້ວ ຈຳເລີຍກໍໄປຫາ ທ້າວ ຈ່ອຍ ເມື່ອຮອດເວລາໂຈດທາງແພ່ງໄດ້ໂທນຳຈຳເລີຍ. ແຕ່ຈຳເລີຍບໍ່ກັບ ຜ່ານໄປ 8 ວັນ ຈຳເລີຍຍັງບໍ່ກັບມາຮ້ານ ໂຈດທາງແພ່ງ ຈຶ່ງຕິດຕາມຈົນຮູ້ວ່າ: ຈຳເລີຍໄປຢູ່ນຳ ທ້າວ ຈ່ອຍ. ຈາກນັ້ນ, ຈຶ່ງແຈ້ງຕໍ່ອຳນາດການປົກຄອງບ້ານ ນາສ້ຽວ ເມືອງ ນາຊາຍທອງ ເຂົ້າກັກຕົວ ແລະ ມອບໃຫ້ເຈົ້າໜ້າທີ່ດຳເນີນຄະດີຕາມກົດໝາຍ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີອາຍາຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ມີຫຼັກຖານໜັກແໜ້ນ ແລະ ພຽງພໍ ໃນການຢັ້ງຢືນການກະທຳຜິດຂອງຈຳເລີຍຕາມປະມວນກົດໝາຍອາຍາມາດຕາ 231 ແລະ 233 ທີ່ແຕະຕ້ອງເຖິງກຳມະສິດຂອງບຸກຄົນອື່ນ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຂາດຄວາມເປັນລະບຽບຮຽບຮ້ອຍ.

ຈຳເລີຍ ມີເຈດຕະນາລັກຊັບຂອງໂຈດທາງແພ່ງແທ້ ແລະ ໃຊ້ເລ່ລຽມຕົວະຍົວະຫຼອກລວງໂຈດທາງແພ່ງ ດ້ວຍວິທີການຢືມລົດຈັກ ແລ້ວບໍ່ເອົາມາສົ່ງຕາມທີ່ກຳນົດໄວ້ນັ້ນ ເປັນການກະທຳທີ່ເປັນອາຈີນໃນສະຖານການລັກຊັບຂອງພົນລະເມືອງ ແລະ ສ້າງຄວາມເສຍຫາຍໃຫ້ແກ່ໂຈດທາງແພ່ງ, ການຕັດສິນຂອງສານໃນຄັ້ງນີ້ ແມ່ນອີງຕາມປະມວນ ກົດໝາຍອາຍາມາດຕາ 231 ວັກ 3 ແລະ ມາດຕາ 233 ວັກ 1.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...