Homeຂ່າວເຫດການຍ່າງເພື່ອສຸຂະພາບສະຫລອງວັນວິທະຍາສາດແຫ່ງຊາດ 12 ຕຸລາ

ຍ່າງເພື່ອສຸຂະພາບສະຫລອງວັນວິທະຍາສາດແຫ່ງຊາດ 12 ຕຸລາ

Published on

walking

 

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະຫລອງວັນວິທະຍາສາດ ແຫ່ງຊາດ

12 ຕຸລາ ແລະ ວັນປະກາດເອກະລາດ 12 ຕຸລາ ຄົບຮອບ 69 ປີ ໃນຕອນເຊົ້າວັນທີ 12 ເດືອນ ຕຸລາ ປີ 2014 ທີ່ສວນ

ປະຕູໄຊ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ດຣ. ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ວັດ

ທະນະທຳ-ສັງຄົມ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ

ລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີບັນດາພະນັກງານລັດຖະກອນ, ນັກຮຽນ, ນັກສຶກ

ສາ ແລະ ພໍ່ແມ່ປະຊາຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ​ໄດ້​ກ່າວວ່າ:  ການຈັດກິດຈະກຳຍ່າງ​ເພື່ອ​ສຸຂະພາບ ​ໃນ​ຄັ້ງນີ້, ເພື່ອເປັນການ

ໂຄສະນາເຜີຍແຜ່ ປຸກລະ ດົມສ້າງຈິດສຳນຶກດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ແກ່ຄົນລາວທັງຊາດ ຮັບຮູ້ຢ່າງ

ກວ້າງຂວາງ ແລະ ເຂົ້າໃຈຄວາມໝາຍຄວາມ ສຳຄັນບົດບາດຂອງວິທະຍາສາດ ແລະ ເຕັກໂນໂລຊີ ຕໍ່ກັບການພັດ

ທະນາເສດຖະກິດ-ສັງຄົມ ແຫ່ງຊາດ ທັງໃຫ້ເຫັນວ່າການຄົ້ນຄວ້າ-ພັດທະນາ ແລະ ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ

ເປັນປັດ​ໄຈພື້ນຖານ, ເປັນກຳລັງແຮງ ແລະ ເປັນພາຫະນະຊຸກຍູ້ສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມ, ນຳເອົາ

ປະເທດຊາດກ້າວໄປສູ່ອຸດສາຫະກຳທັນສະໄໝ ແລະ ສ້າງບາດກ້າວໃໝ່ໃຫ້ແກ່ການສ້າງສາ ເສດຖະກິດແຫ່ງພູມປັນ

ຍາ.

ໃນ​ໄລຍະ​ຜ່ານ​ມາ ພັກ ​ແລະ ລັດຖະບານ​ ໄດ້​ເອົາ​ໃຈ​ໃສ່​ຕໍ່​ການ​ພັດທະນາ​ວຽກ​ງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເປັນ

ຕົ້ນ​ແມ່ນ​ການ​ສົ່ງ​ເສີມ​ສະຕິ​ປັນຍາ, ຫົວຄິດ​ປະດິດ​ໃນ​ການ​ຄົ້ນຄວ້າ ​ແລະ ພັດທະນາ, ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​,

ການ​ດຶງດູດ​ການ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໃນ​ການ​ສ້າງ​ນິຕິ​ກຳ ​ແລະ ການ​ພັດທະນາ​ຊັບພະຍາກອນ​ມະນຸດ;

ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ ​ແລະ ການ​ບໍລິການ​ທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ທີ່​ ເປັນ​ປັດ​ໄຈ​ໃຫ້​ແກ່​

ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ຂອງ​ປະ​ເທດ​ເຮົາ​ເທື່ອ​ລະ​ກ້າວ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...