Homeຂ່າວຕ່າງປະເທດພົບປີງຍາວ 3 ນິ້ວ ເກາະຢູ່ໃນຮູດັງສາວສະກັອດດົນນັບເດືອນໂດຍທີ່ບໍ່ຮູ້ໂຕ

ພົບປີງຍາວ 3 ນິ້ວ ເກາະຢູ່ໃນຮູດັງສາວສະກັອດດົນນັບເດືອນໂດຍທີ່ບໍ່ຮູ້ໂຕ

Published on

dewf3e

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ແພດໃນໂຮງໝໍແຫ່ງໜຶ່ງໃນປະເທດສະກັອດແລນ ພົບປີງດູດເລືອດຂະໜາດ

3 ນິ້ວ ເກາະຢູ່ໃນຮູດັງຂອງ ນາງ ດາເນລາ ລິເວຣານີ ອາຍຸ 24 ປີ ຢູ່ເມືອງເອດິນເບີຣະ ປະເທດສະກັອດແລນ ດົນຫລາຍ

ເດືອນ ໂດຍນາງໄດ້ປະສົບອຸບັດເຫດລົດຈັກລົ້ມ ລະຫວ່າງການທ່ອງທ່ຽວໃນປະເທດຫວຽດນາມ ຫລັງຈາກນັ້ນ ນາງກໍ

ມີອາການເລືອດໄຫລອອກດັງຢູ່ເລື້ອຍ ເມື່ອເດີນທາງກັບເຖິງບ້ານ ນາງກໍສັງເກດເຫັນກ້ອນສີດຳຕິດຢູ່ໃນຮູດັງຂອງ

ຕົນເອງ ໂດຍນາງກໍຄິດວ່າເປັນກ້ອນເລືອດທີ່ແຂັງໂຕແລ້ວ ຈິ່ງພະຍາຍາມທີ່ຈະດຶງອອກ ແຕ່ມັນຊ້ຳພັດຫລຸບເຂົ້າໄປ

ໃນຮູດັງຂອງນາງ, ຈາກນັ້ນໃນຂະນະທີ່ນາງກຳລັງອາບນ້ຳຢູ່ ນາງກໍເຫັນກ້ອນສີດຳຫລຸດລົງມາເກືອບເຖິງຮີບສົບ ແລະ

ເມື່ອສ່ອງເບິ່ງຢູ່ແວ່ນໃກ້ໆ ກໍພົບວ່າມັນເປັນປີງ ເຊິ່ງເຮັດໃຫ້ນາງຮີບເດີນທາງໄປໂຮງໝໍ ເພື່ອຂໍໃຫ້ແພດເອົາອອກໃຫ້

ໂດຍທີມແພດໃຊ້ເວລາປະມານເຄິ່ງຊົ່ວໂມງ ກ່ວາຈະສາມາດນຳເອົາປີງອອກມາຈາກຮູດັງຂອງນາງໄດ້.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...