spot_img
Homeຂ່າວທ້ອງຖິ່ນເສ່ຍໂປ້ທ້າດວນຄູ່ກໍລະນີລາງວັນ 30 ລ້ານບາດບຳລຸງປະເທດຟຣີໆ! ເຈົ້າຕົວຈະລົງຊົກເອງ

ເສ່ຍໂປ້ທ້າດວນຄູ່ກໍລະນີລາງວັນ 30 ລ້ານບາດບຳລຸງປະເທດຟຣີໆ! ເຈົ້າຕົວຈະລົງຊົກເອງ

Published on

ກາຍເປັນປະເດັນໃຫຍ່ລະຫວ່າງ 2 ຝັ່ງຂອງໄປໃນເວລາຂ້າມຄືນ ເມື່ອເຟສບຸກເພຈ Red Skull Society ເຜີຍແຜ່ຄລິບວິດີໂອນາທີທີ່ເນັດໄອດໍ້ຊື່ດັງຂອງໄທກຳລັງໜີອອກຈາກກຸ່ມທີ່ກຳລັງເກີດການວິວາດກັນ ໂດຍມີລູກນ້ອງ ແລະ ກາດຂອງ ເສ່ຍໂປ້ ເຮັດໃຫ້ທັງສອງຝ່າຍມີຄົນບາດເຈັບ.

ເລື່ອງລາວໄດ້ເກີດຂຶ້ນໃນຄໍ່າຄືນຂອງວັນທີ 14 ກຸມພາ 2020 ໂດຍເສ່ຍໂປ້ໄດ້ມາທ່ຽວສະຖານບັນເທີງຂອງລາວ “ມາລີນ່າ” ໂດຍມີເມຍ, ເພື່ອນ ແລະ ລູກນ້ອງມານຳ ແລ້ວເກີດມີປາກສຽງຂຶ້ນກັບເຈົ້າຖິ່ນ ໂດຍໄດ້ມີການເປີດເຜີຍຄລິບວິດີໂອດັ່ງກ່າວໃນຕອນເຊົ້າມືດຂອງວັນທີ 15 ກຸມພາທີ່ຜ່ານມາ, ໂດຍເສ່ຍໂປ້ໄດ້ອອກມາຊີ້ແຈງຜ່ານສື່ວ່າ: ວັນທີ່ເກີດເຫດໄດ້ມາທ່ຽວທີ່ “ມາລີນ່າ” ມີຜູ້ຍິງເຂົ້າມາຂໍຖ່າຍຮູບນຳຫຼາຍ ແລະ ກໍ່ແຈກເງິນໄປປະມານ 8 ໝື່ນບາດ ອາດເຮັດໃຫ້ເຈົ້າຖິ່ນບໍ່ພໍໃຈຄົງຄິດວ່າຕົນຈະໄປຂະຫຍາຍອິດທິພົນ ເມື່ອຕົນເອງຍ່າງອອກມາຈາກສະຖານບັນເທີງກໍ່ພົບຄູ່ກໍລະນີດັກຖ້າຢູ່ແລ້ວ ຕົນເອງກໍ່ບໍ່ໄດ້ສົນໃຈຍ່າງມາຂຶ້ນລົດ ແຕ່ລະຫວ່າງນັ້ນ ໄດ້ຍິນສຽງຮ້ອງຖາມວ່າ “ກະຖືບຄົນໄທເສຍເງິນຈັກບາດ’ ທີມຄຸ້ມກັນເມື່ອໄດ້ຍິນກໍ່ຕອບກັບໄປວ່າ “ກູຄົນໄທມຶງຈະທຳໄມ” ແລ້ວຄູ່ກໍລະນີກໍ່ເຂົ້າມາທຳຮ້າຍ.

ປັດຈຸບັນມີພຽງທາງດ້ານຂອງເສ່ຍໂປ້ເທົ່ານັ້ນທີ່ອອກມາຊີ້ແຈງ ແຕ່ຍັງບໍ່ທັນມີການເຄື່ອນໄຫວຈາກຄູ່ກໍລະນີທາງຝັ່ງລາວ ດັ່ງນັ້ນຄົງຕ້ອງລໍຟັງຄຳຊີ້ແຈງຂອງອີກຝ່າຍຕໍ່ໄປ.

ໃນກໍລະນີດັ່ງກ່າວ ມີຜູ້ອອກມາໂພສຂໍ້ຄວາມອ້າງວ່າຕົນຢູ່ໃນເຫດການຈິງ ແລະ ໄດ້ເລົ່າວ່າ: ທີ່ເລື່ອງລາວມັນເກີດຂຶ້ນຍ້ອນລູກນ້ອງຂອງເສ່ຍໂປ້ໄປກວນເມຍເຈົ້າຂອງຖິ່ນກ່ອນ ເຊິ່ງເຈົ້າຂອງຖິ່ນບໍ່ພໍໃຈກໍ່ເລີຍເກີດມີປາກສຽງກັນ ແລະ ມີເຈົ້າຂອງຖິ່ນອີກຄົນມາໄກ່ເກ່ຍໃຫ້ເພາະບໍ່ຢາກໃຫ້ມີເລື່ອງກັນ ແຕ່ລູກນ້ອງຂອງເສ່ຍໂປ້ຕອບກັບໄປວ່າ “ກູມາກັບກຸ່ມໃຫຍ່ທີ່ສຸດໃນລາວ ໃຜຈະເຮັດຫຍັງພວກກູ” ຈາກນັ້ນກໍ່ເອົາແກ້ວຟາດຫົວຄົນທີ່ມາໄກ່ເກ່ຍ ຈາກນັ້ນກໍ່ເປັນໄປຕາມທີ່ເຫັນໃນຄລິບ ແລະ ເລື່ອງທີ່ເສ່ຍໂປ້ເວົ້າວ່າເຈົ້າຖິ່ນເຂົ້າມາທຳຮ້າຍຕົນເປັນ 100 ຄົນນັ້ນບໍ່ແມ່ນຄວາມຈິງ ຝັ່ງຄົນລາວກໍ່ມີ 10 ຄົນຄືກັນ ສ່ວນຄົນອື່ນຢືນເບິ່ງເທົ່ານັ້ນ.

ເຫດການດັ່ງກ່າວໄດ້ສ້າງຄວາມສົນໃຈໃຫ້ກັບຜູ້ຄົນເປັນຈຳນວນຫຼາຍ ເຊິ່ງໄດ້ມີການເຂົ້າໄປສະແດງຄວາມຄິດເຫັນໃນໂລກໂຊຊ້ຽວຈຳນວນຫຼາຍ ແລະ ໃນວັນທີ 16 ກຸມພາ ເສ່ຍໂປ້ໄດ້ໂພສຂໍ້ຄວາມຜ່ານເຟສບຸ໊ກສ່ວນຕົວ ໂດຍມີໃຈຄວາມທ້າດວນກຳປັ້ນກັບຄູ່ກໍລະນີ ໂດຍມີເງິນລາງວັນ 30 ລ້ານບາດ ໂດຍລະບຸຊຸດທີ່ມີເລື່ອງມາຈັດມວດຄາດເຊືອກ 10 ຕໍ່10 ລະຫວ່າງໄທ-ລາວ ເຊິ່ງເປັນການໄກ່ເກ່ຍບັນຫາລະຫວ່າງກັນ (ມວຍມິດຕະພາບໄທ-ລາວ) ໂດຍເສ່ຍໂປ້ໄດ້ຝາກຄຳທ້າ (ໃຈສູ້ຫຼືບໍ່) ຍິນດີຖ້າຝັ່ງລາວຊະນະ ຍິນດີໃຫ້ເງິນ 30 ລ້ານບາດ ເພື່ອບຳລຸງປະເທດເຈົ້າຟຣີໆ ແລະ ງານນີ້ເສ່ຍໂປ້ຈະລົງຊົກເອງ.

 

ຮຽບຮຽງຂ່າວ: ພຸດສະດີ

 

 

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...